ເພ້ຍຈັກຈັ່ນໄດ້ລົງທໍາລາຍເຂົ້ານາປີຂອງປະຊາຊົນ ຢູ່ບ້ານໃໝ່ພູຄາ (ກຸ່ມບ້ານທົ່ງແສງຈັນ) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ກໍາລັງຈະອອກຮວງໃນເນື້ອທີ່ຫຼາຍກວ່າ 295 ເຮັກຕາ ຊຶ່ງເພ້ຍດັ່ງກ່າວໄດ້ເຮັດໃຫ້ຕົ້ນເຂົ້າເຫຼືອງ, ບໍ່ງາມ ແລະ ບໍ່ໃຫຍ່ ຍ້ອນວ່າເພ້ຍຈັກຈັ່ນໄດ້ລົງຈັບ ແລະ ດູດເອົາສານອາຫານຢູ່ຕົ້ນເຂົ້າ ບາງຕົ້ນກໍ່ໄດ້ແຫ້ງຕາຍ.
ທ່ານ ອານຸສັກ ສີລິວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫ້ວຍຊາຍແຈ້ງໃຫ້ຮູ້ວ່າ: ກະສິກຳ ເມືອງຈະດຳເນີນການແກ້ໄຂບັນຫາເພ້ຍຈັກຈັ່ນລະບາດຢູ່ພາຍໃນເມືອງຫ້ວຍຊາຍສືບຕໍ່ໄປ ໂດຍຈະເອົາໃຈໃສ່ຊຸກຍູ້ຕິດຕາມເຝົ້າລະວັງການລະບາດຂອງສັດຕູພືດດັ່ງກ່າວຢ່າງໃກ້ຊິດ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດມາດຕະການປາບປາມຢ່າງຕໍ່ເນື່ອງ ເນັ້ນໜັັກ ໃຫ້ພະນັກງານກະສິກຳປະຈຳແຕ່ລະກຸ່ມບ້ານ ຕ້ອງເອົາໃຈໃສ່ປະສານສົມທົບກັບອົງການປົກຄອງບ້ານ ແລະ ຊາວນາເຄື່ອນໄຫວຕິດຕາມການລະບາດຂອງເພ້ຍຈັກຈ່ັນ ພ້ອມທັງລາຍງານຫ້ອງການກະສິກຳເມືອງຢ່າງເປັນປົກກະຕິ ຈົນກວ່າສະພາບການລະບາດຈະໝົດໄປ.
ປັດຈຸບັນນີ້, ພະນັກງານວິຊາການກະສີກໍາເມືອງໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ໄດ້ລົງພົ່ນຢາຂ້າສັດຕູພືດຊ່ວຍປະຊາຊົນທີ່ຖືກຜົນກະທົບຈາກເພ້ຍດັ່ງກ່າວແລ້ວໂດຍນຳໃຊ້ຈັກພົ່ນຈຳນວນຫຼາຍກວ່າ 10 ເຄື່ອງ.
ຂໍ້ມູນ-ພາບ: Lao Economic Daily