Vientiane Times Lao
ເນື້ອທີ່ ຫຼາຍກວ່າ 33 ເຮັກຕາຢູ່ບ້ານຈ່ານໃຕ້ ເມືອງຈອມເພັດຈະກາຍເປັນແຫຼ່ງທ່ອງທ່ຽວຄົບວົງຈອນ

ເນື້ອທີ່ ຫຼາຍກວ່າ 33 ເຮັກຕາຢູ່ບ້ານຈ່ານໃຕ້ ເມືອງຈອມເພັດຈະກາຍເປັນແຫຼ່ງທ່ອງທ່ຽວຄົບວົງຈອນ

ບໍລິສັດ ລາວກຣີນພາວເວີຄອບໂປເຣຊັນ ຈໍາກັດ ຈະລົງທຶນປະມານ 15 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 5 ລ້ານໂດລາສະຫະລັດເພື່ອພັດທະນາເນື້ອທີ່ດິນລັດຫຼາຍກ່ວາ 33 ເຮັກຕາ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫຼວງພະບາງເປັນສະຖານທີ່ບໍລິການດ້ານການທ່ອງທ່ຽວແບບທໍາມະຊາດໂດຍຈະມີໂຮງແຮມ-ຣີສອດ, ບ້ານຈັດສັນ, ເຮືອນພັກ, ສວນສັດຂະໜາດນ້ອຍ, ສວນຟື້ນຟູສຸຂະພາບ ຫຼື ສວນສາທາລະນະອອກກໍາລັງກາຍ, ສວນພຶກສາສາດ ແລະ ແຫຼ່ງທ່ອງທ່ຽວແບບທໍາມະຊາດ.

ສ່ວນປະຊາຊົນຜູ້ທີ່ຖືກຜົນກະທົບໃນເຂດຂອງການກໍ່ສ້າງ, ບໍລິສັດເປັນຈະເປັນຜູ້ທົດແທນໃຫ້ກັບປະຊາຊົນ, ພ້ອມນີ້ ບໍລິສັດໄດ້ມອບເງິນຄໍ້າປະກັນໂຄງການຈໍານວນ 30.000 ໂດລາສະຫະລັດ ແລະ ຈະໄດ້ຮັບການຊຳລະຄືນ ພາຍຫຼັງໄດ້ກໍ່ສ້າງພື້ນຖານໂຄງລ່າງ ຂອງໂຄງການສໍາເລັດເກີນ 25% ຂອງໜ້າວຽກຕາມສັນຍາກໍ່ສ້າງ, ສ່ວນຄ່າສໍາປະທານ ທີ່ບໍລິສັດຕ້ອງຈ່າຍໃຫ້ພາກລັດ ແມ່ນປະຕິບັດຕາມລັດຖະບັນຍັດ ຂອງປະທານປະເທດ, ລວມເປັນເງິນທັງໝົດ 130.932 ໂດລາສະຫະລັດຕໍ່ປີ.

ພິທີເຊັນສັນຍາສໍາປະທານເນື້ອທີ່ດິນລັດດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ, ຕາງໜ້າອໍານາດການປົກຄອງແຂວງຫຼວງພະບາງ ເຊັນໂດຍທ່ານ ຈິນດາວົງ ໂພສີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ແລະ ທ່ານ ໄຊຊະນະ ທອງຄໍາຈັນ ຮອງອໍານວຍການ ບໍລິສັດ ລາວກຣີນພາວເວີຄອບໂປເຣຊັນ ຈໍາກັດ.

Related Articles

Leave a Reply