Vientiane Times Lao
ເບຍລາວມອບເງິນ 300 ລ້ານກີບໃຫ້ ບັນດາແຂວງພາກໃຕ້

ເບຍລາວມອບເງິນ 300 ລ້ານກີບໃຫ້ ບັນດາແຂວງພາກໃຕ້

ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນຊ່ວຍເຫຼືອບັນດາແຂວງພາກໃຕ້ຈໍານວນ 300 ລ້ານກີບ​ ໂດຍຜ່ານກະຊວງສາທາລະນະສຸກ ເພື່ອໃຫ້ແຂວງທີ່ໄດ້ຮັບຜົນກະທົບໜັກຈາກ ການ ແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີຜູ້ຕິດເຊື້ອຈໍານວນຫຼາຍໃນແຕ່ລະວັນ ໂດຍສະເພາະແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ໃນການຊື້ຕຽງນອນ ແລະ ອຸປະກອນການແພດຈໍານວນໜຶ່ງໃຫ້ສູນຈໍາກັດບໍລິເວນ.
 ພິທີມອບ-ຮັບເງິນຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2021 ທີ່ຜ່ານມາຢູ່ກະຊວງສາທາລະນະສຸກ ມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈໍາກັດ ແລະ ຮັບໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.
ນອກນັ້ນບໍລິສັດ ລາວ ເກດເວຈໍາກັດ ກໍໄດ້ມອບເງິນ 200 ລ້ານກີບໃຫ້ກະຊວງສາທາລະນະສຸກ ເພື່ອໃຊ້ໃນວຽກງານປ້ອງກັນ ແລະ ຊື້ອຸປະກອນການແພດເຊັ່ນກັນ. 

Related Articles

Leave a Reply