Vientiane Times Lao
ເບຍລາວ ມອບເງິນ 4,2 ຕື້ກີບ ເພື່ອສະໜັບສະໜູນການແຂ່ງຂັນເຕະບານຊີງຂັນພະນະທ່ານນາຍົກລັດຖະມົນຕີ

ເບຍລາວ ມອບເງິນ 4,2 ຕື້ກີບ ເພື່ອສະໜັບສະໜູນການແຂ່ງຂັນເຕະບານຊີງຂັນພະນະທ່ານນາຍົກລັດຖະມົນຕີ

ບໍລິສັດ ເບຍລາວ ຈຳກັດ ມອບເງິນ ຈໍານວນ 4,2 ຕື້ກີບ ເພື່ອສະໜັບສະໜູນຫຼັກໃນການແຂ່ງຂັນເຕະບານຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄລຍະເວລາ 3 ລະດູການ (2024-2025, 2025-2026 ແລະ 2026-2027).

ພິທີມອບ-ຮັບເງິນ ຈໍານວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍກ່າວມອບຂອງທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ແລະ ກ່າວຮັບຂອງທ່ານ ວີເພັດ ສີຫາຈັກ ປະທານສະຫະພັນກິລາບານເຕະແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ວີເພັດ ສີຫາຈັກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດ ເບຍລາວ ຈຳກັດ ທີ່ໄດ້ໃຫ້ການສະໜັບສະໜູນຫຼັກ ໃນການແຂ່ງຂັນເຕະບານຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍເງິນຈຳນວນນີ້ ແມ່ນຈະໃຊ້ເຂົ້າໃນການຈັດການແຂ່ງຂັນ, ການເດີນທາງ ແລະ ອື່ນໆ ເພາະລາຍການນີ້ ເປັນລາຍການທີ່ສຳຄັນ ຊຶ່ງຈະນຳເອົາທີມຈາກລາວລີກ 1 ແລະ ລາວລີກ 2 ມາແຂ່ງຂັນກັນແບບເປີດກວ້າງ ແລະ ໃຫ້ໂອກາດນັກເຕະລາວ ຫຼາຍຄົນຈາກທ້ອງຖິ່ນ ສະແດງທັກສະຄວາມສາມາດ ໃນການຫຼີ້ນກິລາ ເພື່ອຈະກາຍເປັນຕົວເລືອກຂອງທີມຊາດລາວ ໃນອະນາຄົດ.

ສຳລັບ ການແຂ່ງຂັນເຕະບານຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024-2025, ປະຈຸບັນ ແມ່ນໄດ້ດຳເນີນການແຂ່ງຂັນ ຮອດຮອບ 8 ທີມສຸດທ້າຍແລ້ວ ໂດຍມີທີມຈາກລາວລີກ 1 ຜ່ານເຂົ້າຮອບນີ້ ຈຳນວນ 4 ທີມ ແລະ ທີມຈາກລາວລີກ 2 ຈຳນວນ 4 ທີມ.

Related Articles

Leave a Reply