Vientiane Times Lao
ເປີດຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ

ເປີດຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ

ກະຊວງສາທາລະນະສຸກ ແລະ ອົງການກາວີ (Gavi) ລັດຖະບານ ອົດສະຕຣາລີ, ອົງການອຸຍນີເຊບ ແລະ ອົງການອະນາໄມໂລກ ໄດ້ຮ່ວມກັນເປີດພິທີ ຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ ຢ່າງເປັນທາງການ ໃນມື້ວານນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ດຣ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈໍາ ສປປ ລາວ, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຂະບວນການດັ່ງກ່າວ, ແມ່ນຈະແນ່ໃສ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ແລະ ຈະໃຫ້ການປ້ອງກັນແກ່ເດັກນ້ອຍຈໍານວນຫຼາຍກວ່າ 500.000 ຄົນ ຈາກພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. ສະເພາະ ໃນປັດຈຸບັນເຫັນໄດ້ວ່າ ມີການເພີ່ມຂຶ້ນຂອງກໍລະນີຂອງພະຍາດທັງສອງໃນທົ່ວໂລກ ເນື່ອງຈາກມີອັດຕາການສັກຢາກັນພະຍາດຕໍ່າລົງໃນກຸ່ມເດັກນ້ອຍ ເຊິ່ງວັກຊີນກັນພະຍາດທັງໝົດ ໃນ ສປປ ລາວ ແມ່ນໄດ້ຖືກຮັບຮອງໂດຍ ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າ ປອດໄພ ແລະ ມີປະສິດທິພາບສູງ ໃນການປ້ອງກັນເດັກນ້ອຍຈາກການເຈັບປ່ວຍຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດ.

ທ່ານ ດຣ ສະໜອງ ທອງຊະນະ ໄດ້ກ່າວວ່າ: ຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເປັນຂີດໝາຍອັນສຳຄັນໃນຄວາມພະຍາຍາມຂອງພວກເຮົາ ເພື່ອປົກປ້ອງຮັກສາສຸຂະພາບຂອງລູກຫຼານພວກເຮົາ ເຊິ່ງໃນຄວາມພະຍາຍາມດັ່ງກ່າວນັ້ນ ການສັກວັກຊີນ ແມ່ນມີຄວາມສຳຄັນທີ່ສຸດ ໃນການຮັບມືກັບຄວາມສ່ຽງຕໍ່ສູຂະພາບເດັກ ທີ່ເກີດຂຶ້ນໄດ້ຈາກພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. ວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນສາມາດສັກໄດ້ທີ່ ສຸກສາລາ ທຸກແຫ່ງທົ່ວປະເທດ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ.

ທ່ານ ນາງ ດຣ ເພຍ ເຣເບນໂລ ບຣິໂຕ ກໍໄດ້ກ່າວວ່າ: ໃນການຮັບມືກັບການກັບມາຂອງພະຍາດ ໝາກແດງໃຫຍ່ ແລະ ໝາກແດງນ້ອຍ ນັ້ນ, ສິ່ງທີ່ພວກເຮົາປະຕິບັດໃນມື້ນີ້ ຈະເປັນຕົວກໍານົດສຸຂະພາບໃນອະນາຄົດຂອງລູກຫຼານພວກເຮົາ. ນີ້ເປັນໂອກາດອັນສຳຄັນ ແລະ ຂ້າພະເຈົ້າ ຈຶ່ງຢາກຂໍຮຽກຮ້ອງໃຫ້ບັນດາພໍ່ແມ່ພີ່ນ້ອງທຸກຄົນ ຈົ່ງພາລູກຫຼານຂອງຕົນໄປຮັບວັກຊີນທີ່ ສຸກສາລາ ຫຼື ໂຮງໝໍ ທີ່ໃກ້ທ່ານທີ່ສຸດ ເພື່ອສາມາດຮັບວັກຊີນໄດ້ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ.

ແຫຼ່ງຂ່າວ: ຂປລ

Related Articles

Leave a Reply