ສະມາຄົມສຽງແຄນລາວ ໄດ້ຈັດພິທີເປີດ ງານມະຫາກຳສຽງແຄນແດນຈຳປາ ຄັ້ງທີ I ຢ່າງເປັນທາງການ ໃນວັນທີ 27 ກໍລະກົດ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ທ່າມກາງບັນຍາກາດທີ່ຄຶກຄື້ນ ແລະ ອົບອຸ່ນ ໂດຍມີຜູ້ນຳພັກ-ລັດ, ຜູ້ຕາງໜ້າບັນດາກະຊວງ, ອົງການ, ສະມາຄົມ, ສິລະປິນ, ນັກວິຊາການ ແລະ ປະຊາຊົນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ງານມະຫາກຳຄັ້ງນີ້ ຈັດຂຶ້ນໂດຍມີເປົ້າໝາຍສຳຄັນ ເພື່ອເຜີຍແຜ່, ອະນຸລັກ, ສືບສານ ແລະ ເສີມຂະຫຍາຍຄຸນຄ່າຂອງ “ແຄນ” ເຊິ່ງເປັນເຄື່ອງດົນຕີປະຈຳຊາດ ແລະ ເປັນມໍລະດົກ ທາງວັດທະນະທຳອັນລ້ຳຄ່າຂອງຊາວລາວ ໃຫ້ຄົງຢູ່ ຄູ່ສັງຄົມລາວຕະຫຼອດໄປ ພ້ອມທັງສ້າງການ ຮັບຮູ້ ໃຫ້ຊາວຕ່າງປະເທດໄດ້ເຫັນເຖິງເອກະລັກອັນໂດດ ເດັ່ນຂອງສຽງແຄນລາວ.
ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ເໝືອນສິດທິດາ ປະທານສະມາຄົມສຽງແຄນລາວ ໄດ້ກ່າວລາຍງານວ່າ:
ເພື່ອກຽມເປີດ ເປີດງານມະຫາກຳສຽງແຄນແດນຈຳປາ ຄັ້ງທີ I ແນ່ໃສ່ເຜີຍແຜ່ ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງ ແຄນ ແລະ ສຽງແຄນເຊື້ອຊາດລາວ ມໍລະດົກລາວ ໃຫ້ມີຄວາມຢືນຍົງຄົງຢູ່ຄູ່ຄົນລາວ ແລະ ຊາວໂລກຕະຫຼອດໄປ, ເພື່ອສ້າງຂະບວນການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງສະມາຄົມສຽງແຄນລາວ ໃນຕໍ່ຫນ້າ.
ພາຍໃນງານ ຍັງມີກິດຈະກຳທາງວັດທະນະທຳຢ່າງຫຼາກຫຼາຍ ເຊັ່ນ: ການບັນເລງແຄນ, ການຂັບລຳ, ການສະແດງສິລະປະພື້ນເມືອງ, ການສາທິດການຜະລິດແຄນ, ນິທັດສະການວັດທະນະທຳ ແລະ ການຈຳໜ່າຍອາຫານພື້ນເມືອງ ສ້າງບັນຍາກາດໃຫ້ເຕັມໄປດ້ວຍສຽງດົນຕີ, ຄວາມມ່ວນຊື່ນ ແລະ ຄວາມພາກພູມໃຈໃນມໍລະດົກຂອງຊາດ.
ພິທີເປີດງານ ໄດ້ຮັບກຽດຈາກ ທ່ານ ຮສຈ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດເປີດງານຢ່າງເປັນທາງການ. ການເຂົ້າຮ່ວມຂອງຜູ້ນຳລະດັບສູງ ສະທ້ອນໃຫ້ເຫັນເຖິງຄວາມສຳຄັນທີ່ລັດໃຫ້ຕໍ່ການອະນຸລັກ ແລະ ພັດທະນາມໍລະດົກທາງວັດທະນະທຳຂອງຊາດ.
ງານມະຫາກຳສຽງແຄນແດນຈຳປາ ຄັ້ງທີ I ນັບເປັນອີກກ້າວໜຶ່ງທີ່ສຳຄັນ ໃນການອະນຸລັກ ແລະ ສືບສານສຽງແຄນລາວ ໃຫ້ຄົງຄຸນຄ່າຄູ່ສັງຄົມລາວ ພ້ອມທັງຍົກລະດັບສິລະປະດົນຕີພື້ນເມືອງຂອງລາວ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງທັງໃນພາກພື້ນ ແລະ ລະດັບສາກົນ.

