Vientiane Times Lao
 ເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນ

 ເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນ

ເປີດດ່ານປ່າຮ່າງ ເມືອງສົບເບົາ ແຂວງຫົວພັນ ສປປ ລາວ ແລະ ດ່ານລ້ອງເຊີບ ເມືອງມົກເຈົາ ແຂວງເຊີນລາ ສສ ຫວຽດນາມ ເປັນດ່ານສາກົນ ຢ່າງເປັນທາງການ ໃນວັນທີ 19 ພະຈິກ 2024 ຜ່ານມານີ້, ໂດຍເຂົ້າຮ່ວມພິທີເປີດຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ຫວຽນ ມິງ ວູ້ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນປະທານຄະນະກໍາມະການຊາຍແດນແຫ່ງຊາດ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນ ໃນຄັ້ງນີ້ ຈະເປັນການສ້າງສາຍພົວພັນມິດຕະພາບທີ່ດີ ລະຫວ່າງດ່ານປ່າຮ່າງ-ດ່ານລ້ອງເຊີບ ໂດຍສະເພາະ ສອງປະເທດລາວ-ຫວຽດນາມ ກໍຄືປະຊາຊົນສອງຟາກຊາຍແດນ ທັງເປັນການອຳນວຍຄວາມສະດວກ ໃນການບໍລິການ, ການຊຸກຍູ້ສົ່ງເສີມການແລກປ່ຽນຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງສອງປະເທດລາວ-ຫວຽດນາມ, ໂດຍສະເພາະ ແຂວງຫົວພັນ-ເຊິນລາ ໃຫ້ມີການຂະຫຍາຍຕົວ.

ພ້ອມກັນນັ້ນ ຍັງເປັນການສ້າງສິ່ງອຳນວຍຄວາມສະດວກ ແກ່ພົນລະເມືອງລາວ, ຫວຽດນາມ ແລະ ພົນລະເມືອງປະເທດທີສາມ ສາມາດເດີນທາງເຂົ້າ-ອອກ ຜ່ານດ່ານສາກົນປ່າຮ່າງ-ດ່ານສາກົນລ້ອງເຊີບ ໄດ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຂອງສອງປະເທດ, ຊຶ່ງຈະເຮັດໃຫ້ປະຊາຊົນສອງແຂວງຫົວພັນ-ເຊີນລາ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ມີການໄປ-ມາຫາສູ່, ຢ້ຽມຢາມຖາມຂ່າວຖານບ້ານໃກ້ເຮືອນຄຽງ ສະດວກສະບາຍ ອີກ.

ດ່ານປ່າຮ່າງ ເມືອງສົບເບົາ ແຂວງຫົວພັນ ສປປ ລາວ ເປັນດ່ານຊາຍແດນທາງບົກ ຕັ້ງຢູ່ໃກ້ກັບດ່ານລ້ອງເຊີບ ເມືອງມົກເຈົາ ແຂວງເຊີນລາ ສສ ຫວຽດນາມ  ບໍລິເວນຫຼັກໝາຍຊາຍແດນເລກທີ 255. ດ່ານປ່າຮ່າງ ຕັ້ງຢູ່ຫ່າງຈາກເທສະບານເມືອງສົບເບົາ ປະມານ 25 ກິໂລແມັດ ແລະ ຫ່າງຈາກເທສະບານ ເມືອງຊຳເໜືອ ປະມານ 100 ກິໂລແມັດ, ຫ່າງຈາກເທສະບານແຂວງເຊີນລາ 150 ກິໂລແມັດ.

ໃນໄລຍະຜ່ານມາ ດ່ານປ່າຮ່າງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຕາມພະລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ເປັນຕົ້ນ ກວດກາຄົນເຂົ້າ-ອອກເມືອງ, ກວດກາສິນຄ້ານໍາເຂົ້າ-ສົ່ງອອກ ລະຫວ່າງປະເທດ, ກວດກາຄວາມເປັນລະບຽບຮຽບຮ້ອຍ ທັງສອງຟາກຊາຍແດນ ແລະ ວຽກງານອື່ນໆ.

ແຫຼ່ງຂ່າວ: ສື່ມວນຊົນ ແຂວງຫົວພັນ

Related Articles

Leave a Reply