Vientiane Times Lao
ເປີດນຳໃຊ້ໂຮງຮຽນ ມສ ບວມງາມ ເມືອງຫົວເມືອງ ແຂວງຫົວພັນ ເປັນທາງການ

ເປີດນຳໃຊ້ໂຮງຮຽນ ມສ ບວມງາມ ເມືອງຫົວເມືອງ ແຂວງຫົວພັນ ເປັນທາງການ

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ (ມສ) ບວມງາມ ເມືອງຫົວເມືອງ ແຂວງຫົວພັນ ຢ່າງເປັນທາງການ ໃນວັນທີ 3 ມີຖຸນາ 2024 ພາຍຫຼັງໄດ້ດໍາເນີນໂຄງການກໍ່ສ້າງໂຮງຮຽນ ເກືອບ 4 ປີ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ  ເຈົ້າແຂວງຫົວພັນ, ທ່ານ ຫງວຽນຟີລອງ ເລຂາພັກແຂວງຮວາບິ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ບວມງາມ ແມ່ນໄດ້ນໍາໃຊ້ທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ ມອບໃຫ້ແກ່ລັດຖະບານລາວ ໂດຍການປະສານງານໃນການຈັດຕັ້ງປະຕິບັດຈາກອົງການປົກຄອງແຂວງຫົວພັນ ແລະ ຄະນະກຳມະການ ປະຊາຊົນແຂວງຮວາບິ່ງ ລວມມູນຄ່າທັງໝົດ 156,2 ຕື້ດົງ ໃນນັ້ນ ມີທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ 126,6 ຕື້ດົງ ແລະ ທຶນສົມທົບຈາກລັດຖະບານລາວ 29,6 ຕື້ດົງ.

ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ບວມງາມ ປະກອບດ້ວຍ 6 ກິດຈະການ ຄື: ຕຶກອາຄານຫ້ອງຮຽນ 2 ຊັ້ນ, ມີ 16 ຫ້ອງຮຽນ ພ້ອມດ້ວຍຕຶກອະເນກປະສົງ 1 ຊັ້ນ, ຕຶກບໍລິຫານ-ຫ້ອງການ 2 ຊັ້ນ ມີຫ້ອງເຮັດວຽກ 8 ຫ້ອງ, ຕຶກວິທະຍາສາດ-ຫໍສະໝຸດ 2 ຊັ້ນ, ຫໍພັກນັກຮຽນ 2 ຊັ້ນ ແລະ ຕຶກຫ້ອງອາຫານ 1 ຊັ້ນ. ນອກນັ້ນ, ຍັງປະກອບດ້ວຍບັນດາກິດຈະການປີ່ນອ້ອມ ເຊັ່ນ: ກໍ່ສ້າງປະຕູໂຂງ, ຮົ້ວກໍາແພງ, ເດີ່ນໂຮງຮຽນ, ບ່ອນເຄົາລົບທຸງ, ທາງຍ່າງພາຍໃນ, ປ້ອມຍາມ, ເຮືອນຈອດລົດ, ຫ້ອງນໍ້າ, ລະບົບໄຟຟ້າ, ລະບົບນໍ້າປະປາ, ກໍ່ສ້າງລະບົບກັນເຈື່ອນ, ປັບປຸງ-ສ້ອມແປງຕຶກອາຄານຫ້ອງຮຽນ 3 ຫຼັງ ແລະ ເຮືອນພັກຄູອາຈານ 1 ຫຼັງ.

ຂ່າວຈາກ: ສື່ມວນຊົນແຂວງຫົວພັນ

Related Articles

Leave a Reply