ໂຄງການຂະຫຍາຍລະບົບນໍ້າປະປາ ໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ເປີດນໍາໃຊ້ແລ້ວ ພາຍຫຼັງ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ເລີ່ມແຕ່ເດືອນຕຸລາ ປີ 2019.
ພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການຂະຫຍາຍລະບົບນໍ້າປະປາ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງງານຜະລິດນໍ້າປະປາ ບ້ານຜານົມ ນະຄອນຫຼວງພະບາງ ໂດຍມີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ໂຄອິຊຶມິ ຊຶໂຕມຸ (Tsutomu Koizumi) ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ຄົນໃໝ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຂະຫຍາຍລະບົບນໍ້າປະປາ ດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການໄຈກາ ປະເທດຍີ່ປຸ່ນປະຈຳລາວ ມູນຄ່າທັງໝົດ 1.92 ຕື້ເຢນ, ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ໃຫ້ສາມາດສະໜອງນ້ຳປະປາ ໄດ້ຢ່າງມີສະຖຽນລະພາບ-ປອດໄພ ປະກອບສ່ວນເຂົ້າໃນການພັດທະນາ ສົ່ງເສີມປັບປຸງສະພາບແວດລ້ອມຕົວເມືອງ ນະຄອນຫຼວງພະບາງ ໃຫ້ມີຄວາມຍືນຍົງ; ຊຶ່ງຂອບເຂດ ຂອງໂຄງການປະກອບມີ 65 ບ້ານ ໃນນັ້ນ ບ້ານທີ່ມີນໍ້າປະປາຊົມໃຊ້ແລ້ວ 60 ບ້ານ ແລະ ບ້ານທີ່ໄດ້ຮັບການບໍລິການໃໝ່ມີ 5 ບ້ານ, ໂຄງການປັບປຸງໂຮງງານຜະລິດນໍ້າປະປາ ບ້ານຜານົມ ແມ່ນ ຈາກກຳລັງຜະລິດນໍ້າປະປາ 6,000 ແມັດກ້ອນຕໍ່ມື້ ມາເປັນ 12,000 ແມັດກ້ອນຕໍ່ມື້, ປັບປຸງລະບົບສາຍທໍ່ໃນຂອບເຂດ 60 ບ້ານ ແລະ ຂະຫຍາຍທໍ່ໃໝ່ໄປຫາ 5 ບ້ານ, ໄລຍະການຈັດຕັ້ງປະຕິບັດໂຄງການ ນັບແຕ່ເດືອນຕຸລາ ປີ 2019 ຫາ ເດືອນທັນວາ ປີ 2025, ໂດຍແມ່ນບໍລິສັດ Nihon Suido Consultants ຈຳກັດ ເປັນຜູ້ອອກແບບລະອຽດ ທັງເປັນທີ່ປຶກສາໂຄງການ ແລະ ບໍລິສັດ Kubota Construction ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ.
ທີ່ມາ: ປະຊາຊົນ