Vientiane Times Lao
ເປີດຝຶກອົມຮົມຕັດຫຍິບໃຫ້ລ້າ ສໍາລັບນັກຮຽນທີ່ມີຖານະທຸກຍາກ ແລະ ເປັນຊົນເຜົ່າ

ເປີດຝຶກອົມຮົມຕັດຫຍິບໃຫ້ລ້າ ສໍາລັບນັກຮຽນທີ່ມີຖານະທຸກຍາກ ແລະ ເປັນຊົນເຜົ່າ

ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ: ຈະເລີ່ມເປີດຝຶກອົມຮົມສາຂາຕັດຫຍິບ ລະດັບ 1 (C1) ໂດຍບໍ່ເສຍຄ່າ ນັບແຕ່ວັນທີ 24 ມີນາ ນີ້ເປັນຕົ້ນໄປ ຫຼັງຈາກເປີດຮັບສະໜັກ ນັບແຕ່ວັນທີ 11 ຫາ 13 ມີນາ 2020.

ການຝຶກອົບຮົມດັ່ງກ່າວຈະເປັນໄລຍະສັ້ນ 3 ເດືອນ ເຊິ່ງຈະຈັດຂຶ້ນທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອະຊີວະສຶກສາ ສົກຮຽນ 2019-2020, ຊຶ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ.

ໂຄງການຝຶກອົບຮົມດັ່ງກ່າວຈັດຂຶ້ນເປັນປີທີ 3 ແລະ ໄດ້ຈັດການຝຶກອົບຮົມ 8 ຄັ້ງແລ້ວ, ເຊິ່ງໂຄງການນີ້ຈະດໍາເນີນໄປຈົນຮອດປີ 2021. 

ເງື່ອນໄຂຜູ້ສະໝັກແມ່ນນັກຮຽນທີ່ຈົບຂັ້ນປະຖົມຂຶ້ນໄປ ທີ່ມີອາຍຸລະຫ່ວາງ 15-35 ປີ, ຖ້າຜູ້ໃດສົນໃຈສາມາດສະໝັກໄດ້ທີ່ ພະແນກວິຊາການ ຂອງວິທະຍາໄລເຕັກນິກ ແຂວງວຽງຈັນ ໂດຍບໍ່ໄດ້ເສຍຄ່າສະໝັກ ຫຼື ຄ່າລົງທະບຽນ. 

ທັງນີ້ຍັງຈະມີເບ້ຍລ້ຽງໃຫ້ 620,000 ກີບ/ຄົນ/ເດືອນ ພ້ອມທີ່ພັກຕະຫຼອດໄລຍະການຝຶກອົບຮົມ ແລະ ການຝຶກອົບຮົມໃນຄັ້ງນີ້ຈະໄດ້ຮັບເອົາແຕ່ 45 ຄົນເທົ່ານັ້ນ. 

ທ່ານ ໄພລາວັນ ຈິດຕະວົງ ຜູ້ຮັບຜິດຊອບໂຄງການດັ່ງກ່າວໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ມື້ເຊົ້າວັນທີ 12 ມີນາ 2020 ນີ້ວ່າ: ໂຄງການດັ່ງກ່າວ ແມ່ນເລັ່ງໃສ່ນັກຮຽນທີ່ມາຈາກຄອບຄົວທີ່ມີຖານະທຸກຍາກ, ອາໄສຢູ່ເຂດຫ່າງໄກສອກຫຼິກ ແລະ ເປັນນັກຮຽນຊົນເຜົ່າ. ຖ້າມີນັກຮຽນເຂົ້າມາສະໝັກເກີນທີ່ກໍານົດໄວ້ຄື 45 ຄົນ ແມ່ນຈະມີການຄັດເລືອກອອກ ໂດຍຈະເບີ່ງເງື່ອນໄຂຂອງແຕ່ລະຄົນວ່າມັນສອດຄ່ອງກັບເງື່ອນໄຂຂອງໂຄງການທີ່ກໍານົດໄວ້ ຫຼື ບໍ່ ເພາະທາງໂຄງການຈະມີແບບຟອມໃຫ້ ແລະ ມີການເຊັນຢັ້ງຢືນຈາກນາຍບ້ານ. 

ຂ່າວ: ວຽງຈັນທາຍ

Related Articles

Leave a Reply