ວັນທີ 1 ເມສານີ້ 2024, ສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5 ໄດ້ໄຂຂຶ້ນຢູ່ນະຄອນລົ້ວຢາງ ແຂວງເຮີນານ ຂອງຈີນ ເຊິ່ງເປັນກິດຈະກຳສຳຄັນໃນງານວັດທະນະທຳໂບຕັ໋ນລົ້ວຢາງຈີນຄັ້ງທີ 41. ສັບປະດາແຟຊັນໂຊຄັ້ງນີ້ໄດ້ສະແດງໃຫ້ເຫັນສີສັນພິເສດ ສະເໜ່ດ້ານວັດທະນະທຳ ແລະ ຫົວຄິດປະດິດສ້າງຂອງນະຄອນລົ້ວຢາງ.
ສັບປະດາແຟຊັນໂຊຄັ້ງນີ້ໄດ້ດຶງດູດນັກອອກແບບເຄື່ອງນຸ່ງແຟຊັນທັງພາຍໃນ ແລະ ຕ່າງປະເທດຜູ້ມີຊື່ສຽງຫຼາຍທ່ານເຂົ້າຮ່ວມ. ຜົນງານຂອງພວກທ່ານໄດ້ເຮັດໃຫ້ຄວາມງາມຂອງທຳມະຊາດກັບຄວາມງາມຂອງເຄື່ອງນຸ່ງແຟຊັນເຊື່ອມໂຍງເຂົ້າກັນ, ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມທັງຫຼາຍ.
ສັບປະດາແຟຊັນໂຊຄັ້ງນີ້ຍັງໄດ້ຄົ້ນຄວ້າການພົວພັນລະຫວ່າງເຄື່ອງນຸ່ງແຟຊັນກັບວັດທະນະທຳ ແລະ ຂະແໜງການຕ່າງໆ, ພ້ອມທັງໄດ້ຄົ້ນຄວ້າເສັ້ນທາງພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງຂະແໜງການແຟຊັນກັບວັດທະນະທຳຕົວເມືອງ ເຊິ່ງເປັນການຊຸກຍູ້ການພັດທະນາຂອງຕົວເມືອງ.
ການຈັດສັບປະດາແຟຊັນໂຊດອກໂບຕັ໋ນ ບໍ່ພຽງແຕ່ໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ຂະແໜງການແຟຊັນ ແລະ ຂະແໜງການວັດທະນະທຳຂອງນະຄອນລົ້ວຢາງເທົ່ານັ້ນ, ຍັງໄດ້ຍົກສູງຊື່ສຽງ ແລະ ບົດບາດຂອງນະຄອນລົ້ວຢາງໃນວົງການແຟຊັນຂອງໂລກ.
ຂ່າວ: CRI-FM93