ສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 5 ທີ່ສະໜາມກິລາບານເຕະ ແຂວງຄຳມ່ວນ ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ເປັນທາງການແລ້ວ ໃນວັນທີ 7 ກໍລະກົດ 2024 ຜ່ານມານີ້, ຊຶ່ງສູນຝຶກກິລາບານດັ່ງກ່າວນີ້ ຈະເປີດການຮຽນ-ການສອນເຕະບານ ທຸກໆວັນເສົາ ແລະ ອາທິດ.
ຈຸດປະສົງຂອງການເປີດສູນຝຶກແຫ່ງນີ້ ກໍເພື່ອເນັ້ນໃສ່ການຝຶກສອນພື້ນຖານກິລາບານເຕະໃຫ້ແກ່ລູກຫຼານເຍົາວະຊົນແຕ່ລະຮຸ່ນ ພາຍໃນແຂວງຄໍາມ່ວນ, ເປີດໂອກາດໃຫ້ນັກກິລາເຍົາວະຊົນ ໄດ້ສະແດງຄວາມ ສາມາດທາງດ້ານພອນສະຫວັນກິລາບານເຕະ ເພື່ອສືບທອດເປັນນັກກິລາບານເຕະຂອງແຂວງ, ກ້າວສູ່ການເປັນນັກກິລາທີມຊາດ ແລະ ພັດທະນາກ້າວໄປສູ່ການເປັນນັກເຕະອາຊີບໃນອະນາຄົດ.
ສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນ ຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ, ຊຶ່ງປະຈຸບັນ ແມ່ນມີ 5 ສູນຝຶກຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈຳປາສັກ, ແຂວງຫຼວງນໍ້າທາ ແລະ ແຂວງຄຳມ່ວນ
ຂໍ້ມູນ: ສຕລ