ຄະນະພັກອໍານາດການປົກຄອງ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2024 ຕິດພັນກັບການສົ່ງ ເສີມປີທ່ອງທ່ຽວລາວ ເມື່ອມໍ່ໆມານີ້ ທີ່ເມືອງໄຊພູທອງໂດຍມີການແຫ່ຮູບຈໍາລອງຄື: ແຫ່ຜາສາດເຜິ້ງ, ຮູບຈໍາລອງຜາສາດເຮືອນຫີນ, ງູຊວງ, ງົວໂທນ, ເຕົ່າຄໍາ ແລະ ຂັນໝາກເບັງໃຫຍ່ ເພື່ອເປັນການສັກກາລະບູຊາໃຫ້ແກ່ຜາສາດເຮືອນຫີນ, ເພື່ອສຶບສານວັດທະນະທໍາລາວທີ່ເຄີຍປະຕິບັດກັນມາ ພ້ອມນັ້ນ ຍັງໄດ້ຊົມການສະແດງສິລະປະວັນນະຄະດີ ມີ 8 ຂະບວນຟ້ອນຂອງນ້ອງນັກຮຽນ, ຂອງເຂດກຸ່ມບ້ານ ຕ່າງໆ ຕື່ມອີກ.
ທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງ ປະທານຈັດງານບຸນດັ່ງກ່າວ ໄດ້ຂື້ນກ່າວເປີດງານຢ່າງເປັນທາງການ ຊຶ່ງທ່ານກ່າວວ່າ: ຜາສາດເຮືອນຫີນ ເປັນສະຖາປັດຕະຍາກໍາ ທີ່ໂດດເດັ່ນລໍ້າຄ່າ ຊຶ່ງບົ່ງບອກເຖິງປະຫວັດຂອງຜາສາດເຮືອນຫີນ, ຄວາມເກັ່ງກ້າສາມາດສະຫຼາດຫຼັກແຫຼມ ແລະ ມີຫົວຄິດປະດິດສ້າງຂອງປະຊາຊົນບັນດາເຜົ່າໃນຍຸກສະໄໝບູຮານ (ອານາຈັກຂອມເຮືອງອໍານາດໃນສະໄໝສີໂຄດຕະບູນ) ແລະ ຍັງເປັນສັນຍາລັກໃຫ້ແກ່ຮຸ່ນຄົນພວກເຮົາໃນປະຈຸບັນໄດ້ເຫັນ ຄຸນຄ່າ ຄວາມເປັນມາຂອງຊາດລາວເຮົາ ທີ່ເປັນຊາດໜຶ່ງ ທີ່ມີຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານອະລິຍະທໍາ, ຊຶ່ງບັນພະບູລຸດລາວ ແຕ່ລະຍຸກແຕ່ລະສະໄໝ ໄດ້ປົກປັກຮັກສາ ແລະ ສ້າງສາພັດທະນາມາ,ຜາສາດເຮືອນຫີນແຫ່ງນີ້ຖືວ່າເປັນແຫ່ງທີ 2 ຂອງປະເທດລາວຖັດຈາກວັດພູຈໍາປາສັກ ເຊິ່ງເຫັນໄດ້ວ່າ ລວດລາຍສີໄມ້ລາຍມືແມ່ນມີຮູບຊົງໂຄງທີ່ຄ້າຍຄືກັນ.ຕາມການສັນນິຖານວ່າ ຖືກສ້າງຕັ້ງຂື້ນໃນຊ່ວງທ້າຍສັດຕະວັດທີ 11 ຫາຕົ້ນສັດຕະວັດທີ 12 ຜາສາດເຮືອນຫີນມີລວງຍາວ 24 ແມັດ, ກວ້າງ 21 ແມັດ, ສູງເກືອບ 20 ແມັດ, ຂອບເຂດຮ່ອງຮ່ອຍກໍາແພງເກົ່າເຮືອນຫີນຍາວ 150 ແມັດ, ກວ້າງ 100 ແມັດ.ສະນັ້ນ ພໍມາຮອດເດືອນ 04 ເພັງ ຫຼື ອອກໃໝ່ 15 ຄ່ຳຂອງທຸກໆປີກໍ່ໄດ້ມີການນະມັດສະການບໍ່ໄດ້ຂາດ.
ໃນພິທີເປີດ, ທ່ານ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ໄດ້ໃຫ້ກຽດຂື້ນລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກແຫ່ງການເປີດງານຢ່າງເປັນທາງການ.
ຂໍ້ມູນ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ