Vientiane Times Lao
ເຢຍລະມັນໃຫ້ທຶນ 20 ລ້ານເອີໂຣເພື່ອຕິດຕາມການປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຢູ່ລາວ

ເຢຍລະມັນໃຫ້ທຶນ 20 ລ້ານເອີໂຣເພື່ອຕິດຕາມການປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຢູ່ລາວ

ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາແຫ່ງປະເທດເຢຍລະມັນ ໃຫ້ທຶນສະໜັບສະໜູນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຢູ່ລາວມູນຄ່າ 20 ລ້ານເອີໂຣໂດຍຜ່ານທະນາຄານສິນເຊື່ອເພື່ອການພັດທະນາເຢຍລະມັນ (KfW) ແລະ ລັດຖະບານ ສປປ ລາວ ສົມທົບທຶນ 4 ລ້ານເອີໂຣ ເພື່ອປະຕິບັດແຜນງານດັ່ງກ່າວ.
ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍການສະໜັບສະໜູນຂອງບໍລິສັດທີ່ປຶກສາ ສາກົນ ໂດຍໄລຍະຈັດຕັ້ງປະຕິບັດ ແມ່ນ 6 ປີ ນັບແຕ່ປີ 2021 ເຖິງປີ 2026 ຊຶ່ງແຜນງານນີ້ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການຄໍ້າປະກັນຊັບພະຍາກອນປ່າໄມ້ ແລະ ຊິວິດການເປັນຢູ່ຂອງປະຊາຊົນທີ່ດໍາລົງຊີວິດ, ການນໍາໃຊ້ໄມ້ ດ້ວຍລະບົບຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ Timber Legality Assurance System, (TLAS) ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກໍາປຸງແຕ່ງໄມ້ຂອງ ສປປ ລາວ.
ພິທີເຊັນສັນຍາແຜນງານດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 15 ກຸມພາ 2021 ທີ່ຜ່ານມາ ຊຶ່ງຕາງໜ້າລັດຖະບານ ສປປ ລາວ ເຊັນໂດຍ ທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າລັດຖະບານ ສ. ເຢຍລະມັນ ເຊັນໂດຍທ່ານ Jens Luetkenherm ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ.

ຂ່າວ: ວຽງຈັນທາຍ

ພາບ:ຕູ່

Related Articles

Leave a Reply