ໃນວັນທີ 2 ເມສາ 2025, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ເນື້ອໃນໂທລະເລກລະບຸວ່າ:
ຂ້າພະເຈົ້າ ຂໍຕາງໜ້າໃຫ້ ພັກກອມມູນິດຈີນ, ລັດຖະບານຈີນ, ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈ ມາຍັງຄອບຄົວ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ.
ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກກອມມູນິດທີ່ໜັກແໜ້ນ, ແມ່ນການນໍາທີ່ດີເດັ່ນ ຂອງການນໍາຮຸ່ນອາວຸໂສຂອງພັກ ແລະ ລັດລາວ, ແມ່ນສະຫາຍ ແລະ ເພື່ອນມິດທີ່ສະໜິດສະໜົມຂອງພັກ ແລະ ປະຊາຊົນຈີນ, ເພິ່ນໄດ້ອຸທິດສະຕິປັນຍາ ແລະ ກຳລັງວັງຊາຕະຫຼອດຊີວິດ ເພື່ອພາລະກິດປ່ຽນແປງໃໝ່ ແລະ ການສ້າງສາສັງຄົມນິຍົມຂອງປະເທດລາວ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາສາຍພົວພັນ ສອງພັກ, ສອງລັດ ຈີນ-ລາວ, ພັກ, ລັດ ແລະ ປະຊາຊົນຈີນ ຈະລະນຶກເຖິງ ສະຫາຍ ຄໍາໄຕ ຕະຫຼອດໄປ.
ປະເທດຈີນ ກັບ ປະເທດລາວ ແມ່ນປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ທີ່ມີສາຍພູ, ສາຍນໍ້າຕິດຈອດກັນ, ແມ່ນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ຝ່າຍຈີນ ຖືສໍາຄັນໃນລະດັບສູງຕໍ່ການເສີມສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ຈີນ-ລາວ, ຝ່າຍຈີນ ຍິນດີພະຍາຍາມຮ່ວມກັນກັບຝ່າຍລາວ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ແລະ ການສ້າງສາພາລະກິດສັງຄົມນິຍົມຂອງແຕ່ລະປະເທດ ໃຫ້ມີການພັດທະນາຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.
ຂໍອວຍພອນໃຫ້ພາລະກິດກໍ່ສ້າງພັກ ແລະ ປະເທດລາວ ປະສົບຜົນສຳເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າຢ່າງບໍ່ຢຸດຢັ້ງ ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ຖື ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່.
ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຍືນຍົງໃນພາລະກິດປະຕິວັດລາວ ຊົ່ວກາລະນານ!