ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສໍາເລັດການຢ້ຽມຢາມທາງລັດຖະກິດ ຢູ່ ສປ ຈີນ ເມື່ອວັນທີ 1 ທັນວາ 2022 ທີ່ຜ່ານມາພາຍຫຼັງທີ່ໄດ້ຢ້ຽມຢາມ ສປ ຈີນ ແຕ່ວັນທີ 29 ພະຈິກ 2022 ແລະ ໄດ້ເດີນທາງມາຮອດ ສປປ ລາວ ໃນຕອນແລງຂອງວັນດຽວກັນ.
ການຢ້ຽມຢາມທາງລັດຖະກິດ ສປ ຈີນ ຂອງ ທ່ານເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນຄັ້ງນີ້ ມີເນື້ອໃນທີ່ເລິກເຊິ່ງ, ອຸດົມສົມບູນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ມີຜົນສໍາເລັດຢ່າງຈົບງາມ.
ຂ່າວ-ພາບ: ຂັນໄຊ