Vientiane Times Lao
ເລຂາທິການໃຫ່ຍ, ປະທານປະເທດ ແຫ່ງ ສປປ ລາວ

ເລຂາທິການໃຫ່ຍ, ປະທານປະເທດ ແຫ່ງ ສປປ ລາວ

ຮັບການເຂົ້າຢ້ຽມຂໍ່ານັບ ຂອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມມິງຈິງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນຕອນເຊົ້າຂອງມື້ນີ້ ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວທີ່ໄດ້ມໍລະນະກໍາໃນວັນທີ 2 ເມສາ 2025.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິງ  ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມວາງພວງມາລາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ເຊິ່ງເປັນການໃຫ້ຄວາມສຳຄັນຢ່າງສູງ ແລະ ການບິແບ່ງຄວາມເສົ້າໂສກເສຍດາຍຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ,  ທັງເປັນການສະແດງໃຫ້ເຫັນນໍ້າໃຈແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ, ເຊິ່ງຍາມໃດການນໍາຂອງສອງພັກ, ສອງລັດ ກໍ່ໄດ້ຢັ້ງຢືນໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫຼ່ກັນຕະຫຼອດມາ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນເປັນໜຶ່ງໃນບັນດາສະຫາຍການນໍາຮຸ່ນທໍາອິດ ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນໍາຂອງສູນກາງພັກ ນໍາພາ-ຊີ້ນໍາ ການປະຕິວັດຊາດ ປະຊາທິປະໄຕໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປະຈຸບັນ,ຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນເປັນການນຳຜູ້ໜຶ່ງທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ, ສະຫາຍໄດ້ມີຄວາມຮັກແພງສະໜິດສະໜົມໃກ້ຊິດຕິດແທດກັບບັນດາສະຫາຍການນໍາຂອງ ພັກ, ລັດ ຫວຽດນາມ; ການທີ່ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເດີນທາງມາວາງພວງມາລາໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນະກິດສົບຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການໃຫ້ກຳລັງໃຈອັນແຮງກ້າ ແລະ ເປັນການບິແບ່ງຄວາມທຸກໂສກຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ມີຕໍ່ກັບພັກ, ລັດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວ ສີພັນດອນ.

ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕາງໜ້າ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ​ສະ​ແດງ​ຄວາມເສົ້າສະຫຼົດໃຈ ແລະ ​ອາໄລອາວອນ​ຢ່າງ​ສຸດຊຶ້ງ ​ຕໍ່ການມໍລະນະກຳຂອງ​ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ.ການຈາກໄປຂອງ ສະຫາຍ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ແຕ່ຍັງເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນນັກຮົບປະຕິວັດຂອງລາວຜູ້ທີ່ເຄີຍຄຽງບ່າຄຽງໄຫຼ່ຮ່ວມກັບບັນດານັກຮົບປະຕິວັດ ຂອງຫວຽດນາມ ຕໍ່ສູ້ອັນຍືດເຍື້ອຍາວນານ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດຂອງສອງປະເທດໃນເມື່ອກ່ອນ. ສະຫາຍ ຍາມ​ໃດ​ກໍໄດ້ໃຫ້​ການສະໜັບສະໜູນຕໍ່ ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງປະຊາຊົນຫວຽດນາມ ​ແລະ ໄດ້ປະກອບສ່ວນ​ສຳຄັນຫຼວງ​ຫຼາຍເຂົ້າໃນການ​ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ – ລາວ;ຕີລາຄາສູງຕໍ່ການອຸທິດອັນໃຫຍ່ຫຼວງ ຂອງສະຫາຍ ຄຳໄຕ ສີພັນດອນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງປະຊາຊົນລາວໃນເມື່ອກ່ອນ ກໍ່ຄືໃນພາລະກິດປ່ຽນແປງໃໝ່,ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປະຈຸບັນ.ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ສະຫາຍຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ໂດຍໄວ.

ສອງຝ່າຍຍັງໄດ້ຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດ ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດໃນປະຈຸບັນ; ຕ່າງກໍ່ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ, ຢືນຢັນວ່າ ຈະສືບຕໍ່ຊີ້ນຳບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ຈັດຕັ້ງຜັນຂະຫຍາຍບົດບັນທຶກຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ ໃຫ້ມີປະສິດທິພາບຍິ່ງໆຂຶ້ນ; ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມື້ສວຍສົດງົດງາມຍິ່ງຂຶ້ນ.

Related Articles

Leave a Reply