ນັບແຕ່ຕົ້ນເດືອນມັງກອນ 2025 ມາຮອດວັນທີ 5 ກຸມພາ 2025, ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 272 ກໍລະນີ ໃນທົ່ວປະເທດ ຊຶ່ງນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍພະຍາດໄຂ້ຍຸງລາຍ 76 ກໍລະນີ, ຮອງລົງມາ ແຂວງຫຼວງນໍ້າທາ 44 ກໍລະນີ, ແຂວງ ຫຼວງພະບາງ 31 ກໍລະນີ ແລະ ແຂວງ ອື່ນໆ, ແຕ່ຍັງບໍ່ມີຜູ້ເສຍຊີວິດເທື່ອ.
ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ເປັນໜຶ່ງພະຍາດທີ່ອັນຕະລາຍຕໍ່ຄົນເຮົາ, ທັງເປັນພະຍາດຊໍ້າເຮື້ອເກີດຂຶ້ນມາດົນນານ ແລະ ເກີດຂຶ້ນໃນແຕ່ລະປີ ຊຶ່ງເຮັດໃຫ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວມີຈຳນວນຫຼາຍ ບໍ່ວ່າຈະຢູ່ໃນໄລຍະລະດູຝົນ ແລະ ລະດູໜາວ. ຕໍສະພາບການແຜ່ລະບາດໄຂ້ຍຸງລາຍ ນີ້, ຂໍໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫຼ່ງເພາະພັນໜອນນໍ້າ ຫຼື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ອື່ນໆ.
ສໍາລັບ ໃນປີ 2024 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 11 ຄົນ ຍ້ອນໄຂ້ຍຸງລາຍ ໃນຂອບເຂດທົ່ວປະເທດລາວ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນປີ 2023 ຜ່ານມາ ຫຼຸດລົງ 9 ຄົນ ຊຶ່ງມີຜູ້ເສຍຊີວິດ 20 ຄົນ.
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ