Vientiane Times Lao
ເລີ່ມຫັດແອບລົດຫຸ້ມເກາະເບົາ ນັບແຕ່ວັນທີ 8 ກໍລະກົດ ເປັນຕົ້ນໄປ

ເລີ່ມຫັດແອບລົດຫຸ້ມເກາະເບົາ ນັບແຕ່ວັນທີ 8 ກໍລະກົດ ເປັນຕົ້ນໄປ

ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໃນນາມກອງເລຂາຄະນະອະນຸກຳມະການປ້ອງກັນກອງປະຊຸມ ສຸດຍອດອາຊຽນ ຂໍຖືເປັນກຽດຢ່າງສູງຮຽນມາຍັງບັນດາທ່ານ ຊາບວ່າ:

ການຫັດແອບລົດຫຸ້ມເກາະເບົາ ຈະດໍາເນີນນັບຕັ້ງແຕ່ວັນທີ 8 ກໍລະກົດ 2024 ເປັນຕົ້ນໄປ ຊຶ່ງພວກເຮົາຈະເລີ່ມຫັດແອບແລ່ນລົດຫຸ້ມເກາະເບົາ ຈໍານວນ 2 ຊະນິດໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ເພື່ອເປັນການຫັດແອບໃຫ້ນັກຂັບຂີ່ ມີຄວາມຊໍານິຊໍານານໃນການແລ່ນລົດໃນຕົວເມືອງ, ໃນສະພາບເສັ້ນທາງທີ່ ແອອັດເຕັມໄປດ້ວຍຍານພາຫະນະ, ຝູງຊົນ ແລະ ຊຳນິຊຳນານໃນການແລ່ນລົດສູ້ຮົບຕາມເສັ້ນທາງຕ່າງໆໃນຕົວເມືອງ ທັງເປັນການປະຕິບັດພັນທະສາກົນວ່າດ້ວຍວຽກງານປ້ອງກັນຄວາມສະຫງົບເພື່ອສ້າງຄວາມໝັ້ນໃຈ ໃຫ້ແກ່ການນໍາ ແລະ ແຂກຕ່າງປະເທດທີ່ຈະມາຮ່ວມກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບໃນປີ 2024 ນີ້.

ການຫັດແອບ ດັ່ງກ່າວ ຈະດໍາເນີນເປັນແຕ່ລະໄລຍະຈົນສໍາເລັດກອງປະຊຸມ ສຸດຍອດອາຊຽນ ຊຶ່ງບໍ່ສາມາດເປີດເຜີຍແຜນການເຄື່ອນໄຫວລະອຽດໃຫ້ທ່ານຊາບໄດ້, ການຫັດແອບ ຈະມີທັງກາງເວັນ ແລະ ກາງຄືນ ຕາມແຜນການທີ່ໄດ້ກຳນົດໄວ້. ດັ່ງນັ້ນ, ຈຶ່ງຮຽນມາຍັງທ່ານເພື່ອຊາບ ແລະ ຊ່ວຍແຈ້ງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນຊາວນະຄອນຫຼວງວຽງຈັນ ຮັບຊາບ ແລະ ບໍ່ໃຫ້ແຕກຕື່ນຕໍ່ການຫັດແອບຂອງພວກເຮົາ ໃນຄັ້ງນີ້ດ້ວຍ.

Related Articles

Leave a Reply