Vientiane Times Lao
ເສຍຊິວິດ ເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ

ເສຍຊິວິດ ເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ

ໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນທົ່ວປະເທດ ແລະ ຍັງ​ເຮັດໃຫ້ເກີດມີ​ກໍ​ລະ​ນີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂື້ນ​ອີກ, ໂດຍ​ສະ​ເພາະ​ຢູ່ນະຄອນຫຼວງວຽງຈັນ ມີຜູ້​ເສຍ​ຊີ​ວິດ ເພີ່ມອີກ 1 ຄົນ ເມື່ອບໍ່ດົນມານີ້.

ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2024 ຮອດວັນທີ 2 ກໍລະກົດ 2024, ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 5.472 ກໍລະນີ ໃນທົ່ວປະເທດ ຊຶ່ງແຂວງເຊກອງ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍພະຍາດໄຂ້ຍຸງລາຍ 1.484 ກໍລະນີ, ຮອງລົງມາ ນະຄອນຫຼວງວຽງຈັນ 1.184 ກໍລະນີ, ແຂວງ ຫຼວງພະບາງ 547 ກໍລະນີ ແລະ ແຂວງ ອື່ນໆ, ໃນນັ້ນ ມີຜູ້ເສຍຊິວິດ 4 ຄົນ (ນະຄອນຫຼວງວຽງຈັນ 3 ຄົນ ແລະ ແຂວງເຊກອງ 1 ຄົນ).

ຕໍ່ສະພາບການແຜ່ລະບາດ ແລະ ມີ​ກໍ​ລະ​ນີ​ຜູ້​ເສຍ​ຊີ​ວິດ ຍ້ອນໄຂ້ຍຸງລາຍ ນີ້, ຂໍໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫຼ່ງເພາະພັນໜອນນໍ້າ ຫຼື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ອື່ນໆ.

Related Articles

Leave a Reply