ເກີດອຸບັດເຫດຍົນຍີ່ຫໍ້ YAK 130 ຕົກລົງໃສ່ໜອງນໍ້າ ຢູ່ບ້ານນາຄູນ ເມືອງແປກ ແຂວງຊຽງຂວາງໃນຕອນເຊົ້າຂອງຂອງມື້ນີ້ເວລາປະມານ 09 ໂມງ 45 ນາທີ ໂດຍມີຜູ້ຂັບຂີ່ 2 ຄັນ ແລະ ໄດ້ເສຍຊີວິດທັງ 02 ຄົນຄື: ຮອ ຄໍາໄມ ເສັດຄໍາຈັນ ແລະ ຮອ ແກ້ວຕາ ບຸດຕະຍາວົງ.
ຍົນດັ່ງກ່າວແມ່ນຍົນຂອງກອງທັບອາກາດ ເຊີ່ງໄດ້ບິນມາຈາກ ນະຄອນຫຼວງວຽງຈັນ ເພື່ອມາຝຶກແອບຢູ່ ນ່ານຟ້າ ແຂວງຊຽງຂວາງແຕ່ເກີດອຸບັດເຫດດັ່ງກ່າວ.
ຂໍ້ມູນ: ກອງບັນຊາການ ປກສ ແຂວງຊຽງຂວາງ