Vientiane Times Lao
ເສຍຊີວິດ ເພີ່ມອີກ 1 ຄົນ ເປັນ 11 ຄົນແລ້ວ ຍ້ອນໄຂ້ຍຸງລາຍ

ເສຍຊີວິດ ເພີ່ມອີກ 1 ຄົນ ເປັນ 11 ຄົນແລ້ວ ຍ້ອນໄຂ້ຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 31 ສິງຫາ 2020 ວ່າ: ມີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມ 11 ຄົນແລ້ວໃນທົ່ວປະເທດ, ໃນນັ້ນ ເສຍ ຊິວິດໃໝ່ເພີ່ມຂື້ນ 1 ຄົນ ໃນວັນທີ 29  ສິງ ຫາ  ຢູ່ແຂວງ ຄໍາມ່ວນ, ລວມເປັນ 5 ແຂວງ ແລະ ນະຄອນຫຼວງວຽງຈັນ  ທີ່ພົບກໍລະນີຜູ້ ເສຍຊິວິດ.

ກົມຄວບຄຸມພະຍາດຕິດຕໍ່ ຍັງແຈ້ງໃຫ້ ຮູ້ ຕື່ມວ່າ: ມາຮອດປັດຈຸບັນ ພົບຜູ້ຕິດເຊື້ອ ແລ້ວ 5.732 ກໍລະນີ ໃນທົ່ວປະເທດ, ຫຼາຍກວ່າໝູ່ ແມ່ນຢູ່ນະຄອນຫຼວງວຽງຈັນ 1. 326 ກໍລະນີ , ຖັດລົງມາແມ່ນ ແຂວງບໍລິຄຳໄຊ 676 ຄົນ, ວຽງຈັນ 603 ຄົນ, ສະຫວັນນະເຂດ 539 ຄົນ ແລະ ແຂວງ ອື່ນໆ, ໃນນັ້ນ ເສຍຊີວິດລວມແລ້ວ 10 ຄົນ (ນະຄອນຫຼວງວຽງຈັນ 4 ຄົນ, ແຂວງ ບໍລິຄໍາໄຊ 2 ຄົນ, ຄຳມ່ວນ 02 ຄົນ, ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ ແລະ ສະຫວັນນະເຂດ 01 ຄົນ ).

ຕໍ່ສະພາບການແຜ່ລະບາດພະຍາດໄຂ້ຍຸງ ລາຍດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ຍັງໄດ້ແນະນຳ ແລະ ຮຽກຮ້ອງ ໃຫ້ພໍ່ແມ່ ປະຊາຊົນ, ຊຸມຊົນ ແລະ ອຳນາດການ ປົກ ຄອງທຸກຂັ້້ນ ຮ່ວມແຮງຮ່ວມໃຈ ໃນການ ປະຕິບັດ 5 ປ ຢ່າງເຄັ່ງຄັດ, ໃຫ້ເປັນປະ ຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງ ໄດ້, ໃຫ້ຖືວ່າ ແມ່ນໜ້າທີ່, ຄວາມຮັບຜິດ ຊອບຂອງໝົດ ທຸກຄົນ, ຖ້າເປັນໄຂ້ ໃຫ້ຮີບ ຮ້ອນໄປພົບ ແພດໝໍ, ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ ຮັບການປິ່ນປົວ ຢ່າງທັນການ​.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply