Vientiane Times Lao
ເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ລາວຫັນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ

ເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ລາວຫັນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ

ຊຸມປີຜ່ານມານີ້, ເສັ້ນທາງລົດໄຟລາວຈີນໄດ້ກາຍເປັນຈຸດສຸມທີ່ປະຊາຄົມໂລກໃຫ້ຄວາມສົນໃຈດ້ວຍຜົນສຳເລັດປະຈັກຕາທີ່ໂດດເດັ່ນ, ໃນຖານະເປັນໂຄງການທີ່ມີລັກສະນະຫຼັກໝາຍສຳຄັນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.

ເສັ້ນທາງລົດໄຟສາຍນີ້ໄດ້ເຮັດໃຫ້ລາວຫັນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນແຕ່ວ່າ ຫາງສຽງຈຳນວນໜຶ່ງໄດ້ ບິດເບືອນວ່າເປັນການ “ເອົາການກໍ່ສ້າງພື້ນຖານໂຄງລ່າງເພື່ອແລກກັບຊັບພະຍາກອນ”, ຄວາມຈິງແມ່ນເປັນແບບນີ້ບໍ່? ເມື່ອພວກເຮົາລົງເລິກເຂົ້າໄປໃນປະເທດລາວເພື່ອສັງເກດເບີ່ງການປ່ຽນແປງອັນມະຫາສານຂອງຊີວິດການເປັນຢູ່ຂອງປະຊາຊົາລາວແລ້ວກໍຈະສາມາດຊອກໄດ້ຄຳຕອບໂຕ້ທີ່ຈະແຈ້ງທີ່ສຸດ.

ເສັ້ນທາງລົດໄຟລາວຈີນເຮັດໃຫ້ການເດີນທາງຂອງປະຊາຊົນລາວມີການປ່ຽນແປງແບບໜ້າມືເປັນຫຼັງມື ແຕ່ກ່ອນ ການເດີນທາງຢູ່ປະເທດລາວແມ່ນບໍ່ມີຄວາມສະດວກແຕ່ປັດຈຸບັນ ລົດໄຟໄດ້ກາຍເປັນທາງເລືອກທຳອິດຂອງປະຊາຊົນລາວໃນການເດີນທາງລະຫວ່າງຕົວເມືອງ, ນັບແຕ່ເປີດບໍລິການເປັນເວລາ 3 ປີມານີ້, ນັບລວມແລ້ວ ເສັ້ນທາງລົດໄຟລາວຈີນໄດ້ຂົນສົ່ງ ຜູ້ໂດຍສານ ຫຼາຍກວ່າ 50 ລ້ານເທື່ອຄົນ.

ອິງຕາມຕົວເລກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວໃຫ້ຮູ້ວ່າ: ຜູ້ໂດຍສານຈາກນະຄອນຫຼວງວຽງຈັນຫາຫຼວງພະບາງ ມີ 85%ແມ່ນເລືອກເດີນທາງດ້ວຍລົດໄຟ ຕົວເລກເຫຼົ່ານີ້ໄດ້ອະທິບາຍຢ່າງມີຊີວິດຊີວາວ່າ ປະຊາຊົນລາວມີຄວາມຍິນດີໃນລະດັບສູງຕໍ່ການເດີນທາງດ້ວຍລົດໄຟ.

ເສັ້ນທາງລົດໄຟລາວ-ຈີນປຽບຄືດັ່ງໄມ້ງັດທີ່ແຂງແຮງເຊີ່ງໄດ້ງັດຄວາມມີຊີວິດຊີວາອັນໃໝ່ໃນການພັດທະນາເສດຖະກິດຂອງປະເທດລາວ.

ໃນຂົງເຂດເສດຖະກິດການຄ້າ, ຈີນໄດ້ໃຫ້ນະໂຍບາຍປອດພາສີຕໍ່ຜະລິດຕະພັນກະສິກຳຂອງລາວໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ, ໝາກຖົ່ວລຽນ, ມັງຄຸດແລະ ສິນຄ້າສົດອື່ນໆ ສາມາດບັນລຸການຂົນສົ່ງດ້ວຍຕູ້ແຊ່ເຢັນຕະຫຼອດທາງ.

ປີຜ່ານມານີ້ ໝາກກ້ວຍຫອມ ຂອງລາວໄດ້ເຂົ້າສູ່ຕະຫຼາດຢູ່ນະຄອນຫຼວງປັກກິ່ງໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ, ຕົ້ນທຶນໃນການຂົນສົ່ງແມ່ນຕ່ຳກວ່າການຂົນສົ່ງທາງທະເລ 6%.

ປັດຈຸບັນ ແຕ່ລະມື້ມີລົດໄຟພິເສດໄປ-ກັບ 17 ຖ້ຽວ, ໄດ້ຂົນເອົາໝາກໄມ້ສົດຈາກອາຊີ ຕາເວັນອອກສຽງໃຕ້ໄປເຖິງຊຸບເປີມາເກັດໃນຕົວເມືອງພາກເໜືອຂອງຈີນໂດຍກົງ.

ເສັ້ນທາງຂົນສົ່ງທີ່ສະດວກວ່ອງໄວບວກກັບນະໂຍບາຍພິເສດດ້ານພາສີໄດ້ ເຮັດໃຫ້ສິນຄ້າກະສິກຳຂອງລາວສາມາດເຂົ້າສູ່ຕະຫຼາດອັນກວ້າງຂວາງຂອງຈີນ ຢ່າງວ່ອງໄວ ແລະ

ມີປະສິດທິຜົນສູງເຊີ່ງໄດ້ເພີ່ມປະລິມານການຈຳໜ່າຍສິນຄ້າກະສິກຳ ແລະ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນຂອງລາວ.

ບໍ່ພຽງແຕ່ເທົ່ານັ້ນ, ຢາງພາລາ, ໝາກຖົ່ວລຽນຂອງໄທ, ນ້ຳມັນປາມ ແລະ ອື່ນໆ ຂອງມາເລເຊຍກໍໄດ້ຂົນສົ່ງຜ່ານປະເທດລາວ.

ນັບແຕ່ເປີດບໍລິການເປັນຕົ້ນມາ, ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນໄດ້ບຸກທະລຸ 50 ລ້ານໂຕນ, ຈັງຫວະການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງ

ລາວໄດ້ເພີ່ມຂຶ້ນຈາກ 2.3% ໃນປີ 2021 ເປັນ 6.8% ໃນປີ 2024, ຖານະທີ່ເປັນສູນ ກາງດ້ານການຂົນສົ່ງຂອງລາວນັບມື້ນັບມີຄວາມສຳຄັນໄດ້ດຶງດູດປະເທດອ້ອມຂ້າງລົງເລິກການຮ່ວມມື, ຊຸກຍູ້ໃຫ້ການຄ້າ ແລະ ການຈໍລະຈອນສິນຄ້າຢູ່ພາກພື້ນມີການພັດທະນາຢ່າງຟົດຟື້ນ.

ໃນດ້ານການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການສ້າງຜູ້ມີ ຄວາມຮູ້ຄວາມສາມາດ, ເສັ້ນທາງລົດໄຟລາວຈີນກໍໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນເຊີ່ງໄດ້ສ້າງວຽກເຮັດງານທຳ 100,000 ກວ່າຕຳແໜ່ງໃຫ້ແກ່ລາວ, ເຮັດໃຫ້ປະຊາຊົນຈຳນວນຫຼາຍມີວຽກເຮັດງານທຳ ແລະ ມີລາຍຮັບທີ່ໝັ້ນທ່ຽງຢູ່ບ້ານຂອງຕົນ.

ໃນໄລຍະການກໍ່ສ້າງ, ປະຊາຊົນລາວຈຳນວນຫຼາຍໄດ້ເຂົ້າຮ່ວມນຳ, ທັງມີລາຍຮັບທັງໄດ້ຮຽນຮູ້ເຕັກນິກວິສະວະກຳ ແລະ ບົດຮຽນກ່ຽວກັບການຄຸ້ມຄອງທີ່ທັນສະໄໝ, ໄດ້ສ້າງກຳມະກອນອຸດສາຫະກຳໃນທ້ອງຖິ່ນ, ພາຍຫຼັງເສັ້ນທາງລົດໄຟເປີດບໍລິການແລ້ວ, ພະນັກງານເຕັກນິກ ແລະ ວິສາຫະກິດຈີນໄດ້ນຳເອົາເຕັກໂນໂລຊີ ແລະ ບົດ

ຮຽນກ່ຽວກັບການຄຸ້ມຄອງທີ່ທັນສະໄໝເຊີ່ງໄດ້ສ້າງໂອກາດໃນການຮຽນຮູ້ໃຫ້ແກ່ຊາວໜຸ່ມລາວ, ຊາວໜຸ່ມຈຳນວນຫຼາຍໄດ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກທາງລົດໄຟຮຸ່ນທຳອິດຂອງລາວໃນໂຄງການຮ່ວມມື.

ນອກນີ້ມະຫາວິທະຍາໄລເຕັກນິກປະຍຸກຊຽງໄຮ້ ແລະ ໂຮງຮຽນຊັ້ນສູງອື່ນໆຂອງຈີນໄດ້ດຳເນີນການຮ່ວມມືກັບມະຫາວິທະຍາໄລຂອງລາວ, ໄດ້ສ້າງສະຖາບັນວິສະວະກອນລາວ-ຈີນ ແລະ ໂຄງການຮ່ວມມືອື່ນໆເພື່ອສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານວິຊາສະເພາະທາງລົດໄຟ.

ຊີວິດການເປັນຢູ່ຂອງປະຊາຊົນລາວທີ່ນັບມື້ດີຂຶ້ນແມ່ນເປັນການຕອບໂຕ້ທີ່ ແຂງແຮງຕໍ່ຖ້ອຍຄວາມທີ່ໄຮ້ສາລະທີ່ມີຕໍ່ເສັ້ນທາງລົດໄຟລາວ-ຈີນ. ເສັ້ນທາງລົດ ໄຟສາຍນີ້ບໍ່ແມ່ນທີ່ວ່າ “ເອົາການກໍ່ສ້າງພື້ນຖານໂຄງລ່າງເພື່ອແລກປ່ຽນຊັບພະ ຍາກອນ” ຢ່າງເດັດຂາດ, ແຕ່ແມ່ນເສັ້ນທາງແຫ່ງມິດຕະພາບ, ເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມສຸກ.

ໃນອະນາຄົດ, ຄຽງຄູ່ກັບທ່າແຮງບົ່ມຊ້ອນຂອງ ເສັ້ນທາງລົດໄຟລາວ-ຈີນໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງຈະສ້າງຄວາມ ສຸກທີ່ຫຼາຍກວ່າເກົ່າໃຫ້ກັບສອງຊາດລາວ-ຈີນ, ທັງຈະແຕ່ງບົດໃໝ່ທີ່ສວຍງາມ ກວ່າເກົ່າໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ແລະ ເຮັດໃຫ້ໂລກ

ໄດ້ເປັນສັກຂີພິຍານແກ່ກຳລັງອັນຍິ່ງໃຫຍ່ແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ຂ່າວ:  CRI-FM93

Related Articles

Leave a Reply