Vientiane Times Lao
ເຮືອນອະນຸລັກວັດທະນະທໍາ ຊົນເຜົ່າທີ່ເມືອງໄຊ ເປັນສະຖານທີ່ອະນຸລັກ ວັດທະນະທໍາຊົນເຜົ່າໄຕລື້

ເຮືອນອະນຸລັກວັດທະນະທໍາ ຊົນເຜົ່າທີ່ເມືອງໄຊ ເປັນສະຖານທີ່ອະນຸລັກ ວັດທະນະທໍາຊົນເຜົ່າໄຕລື້

ເຮືອນອະນຸລັກວັດທະນະທໍາຊົນເຜົ່າ (ຫັດຖະກໍາໄຕລື້) ທີ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊເປັນແຫຼ່ງທ່ອງທ່ຽວໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຊີ່ງເປັນສະຖານທີ່ທີ່​ສວຍງາມ ໂດຍໄດ້ອະນຸລັກ​ຮັກສາ​ວັດທະນະທຳ​ (ວາງສະແດງເຄຶ່ອງໃຊ້ໃນຄົວເຮືອນ ແລະ ອຸປະກອນທໍາມາຫາກິນ) ແລະ​ ວິຖີ​ຊີວິດ​ຂອງ​ຊາວ​ໄຕ​ລື້​ດັ່ງ​ເດີມ​ຂອງ​ລາວໄວ້ ນັກທ່ອງທ່ຽວ​ສາມາດ​ໄປ​ຢ້ຽມຢາມ ​ແລະ ຊື້​ເຄື່ອງຫັດຖະກຳ ຫຼື ຂອງ​ທີ່​ລະນຶກ ໄດ້ທີ່ນີ້.

ເຮືອນອະນຸລັກວັດທະນະທໍາຊົນເຜົ່າໄດ້ຜະລິດເປັນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ເຊີ່ງໄດ້ ຜະລິດຫັດຖະກໍາແຜ່ນແພ ເປັນຕົ້ນ ສິ້ນ, ເສື້ອ, ແພ, ຖົງ, ກະເປົາ ແລະ ອື່ນໆ ສົ່ງໄປຂາຍທີ່ຕ່າງປະເທດເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ ແລະ ຂາຍພາຍໃນ ທີ່ມີລູກຄ້າປະຈໍານໍາໄປຈໍາໜ່າຍຢູ່ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ, ບັນດາແຂວງອ້ອມຂ້າງ ແລະ ພາຍໃນແຂວງຈໍານວນໜຶ່ງ.

ແຫຼ່ງຂໍ້ມູນ-ພາບ:ວິສິດ 

Related Articles

Leave a Reply