Vientiane Times Lao
ແຂວງຄໍາມ່ວນ ຈັດພິທີປະກາດອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ

ແຂວງຄໍາມ່ວນ ຈັດພິທີປະກາດອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ

ກອງບັນຊາການ ປກສ ແຂວງຄໍາມ່ວນ ຫຼື ຄະນະກໍາມະການອະໄພຍະໂທດລະດັບແຂວງຄໍາມ່ວນ ໄດ້ ຈັດພິທີປະກາດອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈໍາປີ 2022 ເນື່ອງໃນໂອກາດວັນຊາດທີ 2 ທັນວາຄົບຮອບ 47 ປີ (2 ທັນວາ 1975-2022) ເມື່ອມໍ່ໆມານີ້ ລວມທັງໝົດ 23 ຄົນ; ໃນນີ້ໄດ້ຮັບອະໄພຍະໂທດປ່ອຍຕົວ 5 ຄົນ, ເຊິ່ງຈໍານວນດັ່ງກ່າວແມ່ນບຸກ ຄົນທີ່ມີຄວາມຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍ, ວິໄນຂອງຄ້າຍໄດ້ດີ, ເປັນຜູ້ທີ່ມີຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຄ້າຍ, ມີແນວຄິດພຶດຕິກໍາປ່ຽນແປງ ແລະ ກິນແໜງແຄງໃຈຕໍ່ ການກະທໍາຜິດຂອງຕົນໃນໄລຍະຜ່ານມາ.

ໃນພິທີດັ່ງກ່າວໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາ ມະການອະໄພຍະໂທດລະດັບແຂວງ, ມີ ພັອ ຄຳສິງ ນົນທະສອນ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະຮັບຜິດຊອບ, ຄະນະຄ້າຍຄຸມຂັງ-ດັດສ້າງຕະຫຼອດ ຮອດຍາດພີ່ນ້ອງ ແລະ ນັກໂທດ ເຂົ້າຮ່ວມ.

ທີ່ມາ: ປກສ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ