ອົງການປົກຄອງແຂວງຄໍາມ່ວນ ໄດ້ປະກາດຮັບຮອງເປັນແຂວງ ຢຸດຕິການຖ່າຍຊະຊາຍ ແລ້ວ ຊຶ່ງພິທີປະກາດ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2024 ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ຂຶ້ນຜ່ານບົດລາຍງານຜົນສຳເລັດໃນ ການຈັດຕັ້ງປະຕິບັດການສ້າງແຂວງຄໍາມ່ວນ ເປັນແຂວງຢຸດຕິການຖ່າຍຊະຊາຍ, ພ້ອມນັ້ນ ທ່ານ ຍັງໄດ້ຍົກໃຫ້ເຫັນໃນດ້ານການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂັ້ນຕອນເປັນຕົ້ນແມ່ນຂັ້ນຕອນການກະກຽມ, ຂັ້ນຕອນການເກັບກໍາ – ວິເຄາະວິໄຈຂໍ້ມູນ, ຂັ້ນຕອນການກວດກາ-ຕິດຕາມຊຸກຍູ້ ແລະ ປະເມີນຜົນ, ພ້ອມທັງຕີລາຄາການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຊຶ່ງມີທັງດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.

ທ່ານ ແກ່ນຈັນ ທອງສະຫວັດ ໄດ້ລາຍງານອີກວ່າ: ທົ່ວແຂວງຄໍາມ່ວນ ໄດ້ປະກາດເມືອງຢຸດຕິການຖ່າຍຊະຊາຍໄດ້ຄົບທຸກເມືອງ ກວມເອົາທຸກບ້ານ ທີ່ມີຈໍານວນຫຼັງຄາເຮືອນທັງໝົດ 94,480 ຫຼັງຄາເຮືອນ, ໃນນັ້ນ ຫຼັງຄາເຮືອນທີ່ມີວິດຖ່າຍເປັນຂອງຕົນເອງທັງໝົດ 91,377 ຫຼັງຄາເຮືອນ ເທົ່າກັບ 96.72% ແລະ ຫຼັງຄາເຮືອນທີ່ຍັງໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງ ມີທັງໝົດ 3,067 ຫຼັງຄາເຮືອນ ເທົ່າກັບ 3.28%. ໂຮງຮຽນທັງໝົດ ທົ່ວແຂວງ ເທົ່າກັບ 808 ແຫ່ງ, ໂຮງຮຽນມີນໍ້າໃຊ້ ແລະ ວິດຖ່າຍມີ ຈໍານວນ 691 ແຫ່ງ ເທົ່າກັບ 85.52%.
ໃນພິທີປະກາດ ດັ່ງກ່າວ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ ກໍ່ໄດ້ພ້ອມກັນເປີດປ້າຍ, ລັ່ນຄ້ອງ 9 ບາດ ແລະ ຕັດລິບບິນ ເພື່ອຮັບຮອງເອົາແຂວງຄໍາມ່ວນ ເປັນແຂວງຢຸດຕິການຖ່າຍຊະຊາຍ.
ແຫຼ່ງຂ່າວ: ແຂວງຄໍາມ່ວນ