Vientiane Times Lao
ແຂວງຄໍາມ່ວນ ແລະ ແຂວງ ກວາງບິ່ງ ສືບຕໍ່ເພີ່ມ ທະວີການພົວພັນຮ່ວມມື

ແຂວງຄໍາມ່ວນ ແລະ ແຂວງ ກວາງບິ່ງ ສືບຕໍ່ເພີ່ມ ທະວີການພົວພັນຮ່ວມມື

ຄະນະຜູ້ແທນພະແນກຍຸຕິທໍາແຂວງ ກວາງບິ່ງ ສສ ຫວຽດນາມ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັບ ຄະນະຜູ້ແທນພະແນກຍຸຕິທໍາ ແຂວງ ຄໍາມ່ວນ ສປປ ລາວ. ຊຶ່ງການພົບປະໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2024 ຜ່ານມາ ທີ່ໂຮງແຮມທ່າແຂກໃໝ່, ຝ່າຍ ແຂວງຄຳມ່ວນ ນໍາໂດຍ ທ່ານ ວຽງວິໄລ ພົມມະວົງ ຮອງຫົວໜ້າພະແນກຍຸຕິທໍາແຂວງ ແລະ ຝ່າຍແຂວງ ກວາງບິ່ງ ນໍາໂດຍ ທ່ານ ເຈື່ອງ ກວາງ ສານ ຮອງຫົວໜ້າ ພະແນກຍຸຕິທໍາແຂວງກວາງບິ່ງ ພ້ອມດ້ວຍຄະນະນໍາ, ມີບັນດາຂະແໜງການ, ໜ່ວຍງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການພົບປະຄັ້ງນີ້, ແມ່ນເຕັມໄປດ້ວຍບົນຈິດໃຈມິດຕະ ພາບການຮ່ວມມືອັນສະໜິດສະໜົມ ແລະ ຄວາມສາມັກຄີ ພິເສດ ລະຫວ່າງ ພະແນກຍຸຕິທໍາສອງແຂວງ ຄໍາມ່ວນ- ແຂວງກວາງບິ່ງ, ໂອກາດນີ້ ຫົວໜ້າຄະນະຜູ້ແທນທັງສອງ ຝ່າຍກໍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຂອງພະແນກໃຫ້ກັນຊາບໂດຍລວມ, ຕະຫຼອດຮອດຜົນການພົວພັນຮ່ວມມືຕາມເນື້ອໃນບົດ ບັນທຶກທີ່ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ ທັງໄດ້ ປຶກສາຫາລື ແລກປ່ຽນບົດຮຽນດ້ານຕ່າງໆ ຂອງຂະແໜງການຍຸຕິທໍາ ເພື່ອຕົກລົງຮັບຮອງເນື້ອໃນການຮ່ວມມື ໃນຕໍ່ໜ້າ. ເປັນຕົ້ນສອງຝ່າຍ ເຫັນດີສືບຕໍ່ເພີ່ມທະວີການ ຮ່ວມມື ຊ່ວຍເຫຼືອທາງດ້ານຍຸຕິທຳ ເພື່ອຍົກສູງໃນການ ພົວພັນຮ່ວມມືບັນດາວຽກງານຕ່າງໆຂອງຂະແໜງການ ຮ່ວມກັນ, ປະກອບສ່ວນຮັກສາຄວາມສະຫງົບຄວາມ ປອດທາງໄພສັງຄົມ ແລະ ໃນຂົງເຂດ, ແລກປ່ຽນຂໍ້ມູນ ຂ່າວສານ, ບົດຮຽນໃນການຄຸ້ມຄອງລັດຕໍ່ກັບການ ເຄື່ອນໄຫວ ການປະຕິຮູບຂອດບໍລິຫານ, ການປະຕິຮູບ ດ້ານຍຸຕິທຳ, ສ້າງກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ, ຄຸ້ມຄອງລັດກ່ຽວກັບພົນລະເຮືອນ, ສັນຊາດ, ແລກປ່ຽນ ຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບການແກ້ໄຂຄະດີ ດ້ານ ກົດໝາຍທີ່ຂຶ້ນກັບຂົງເຂດຄຸ້ມຄອງຂອງສອງຝ່າຍ, ທີ່ ສໍາຄັນແມ່ນສືບຕໍ່ປະຕິບັດການເຄື່ອນໄຫວພົບປະແລກ ປ່ຽນບົດຮຽນ ຂອງຄະນະຜູ້ແທນພະແນກຍຸຕິທໍາທັງ ສອງແຂວງ ໃນການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັນ 2 ປີ ຕໍ່ຄັ້ງ ເພື່ອເພີ່ມທະວີສາຍພົວພັນມິດຕະພາບການຮ່ວມມື ທັງສອງຝ່າຍ ໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງຂຶ້ນ. 

ແຫຼ່ງຂ່າວຈາກແຂວງຄຳມ່ວນ

Related Articles

Leave a Reply