Vientiane Times Lao
ແຂວງວຽງຈັນ ແລະ ເຂດປົກຄອງຜິງກູ ເພີ່ມທະວີການຮ່ວມມື

ແຂວງວຽງຈັນ ແລະ ເຂດປົກຄອງຜິງກູ ເພີ່ມທະວີການຮ່ວມມື

ອີງຕາມແຫຼ່ງຂ່າວຈາກແຂວງວຽງຈັນ ໃນວັນທີ 9 ຕຸລາ 2024 ຜ່ານມານີ້, ຢູ່ທີ່ຫ້ອງວ່າການແຂວງ ວຽງຈັນ,      ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ຕ້ອນຮັບ ທ່ານ ຖັງ ເຊົາຮຸຍ ຮອງຫົວໜ້າເຂດປົກຄອງຜິງກູ ນະຄອນຫຼວງປັກກິ່ງ ສປ ຈີນ ພ້ອມຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນຢ່າງເປັນທາງການ.

ທ່ານ ຄຳພັນ ສິດທິດຳພາ ໄດ້ສະແດງຄວາມຕ້ອນຮັບຢ່າງ ອົບອຸ່ນດ້ວຍໄມຕິຈິດມິດຕະພາບພ້ອມທັງໄດ້ຕີລາຄາສູງ ຕໍ່ການຮ່ວມມືລາວ-ຈີນທີ່ມີມາແຕ່ດົນນານ ກໍ່ຄືການມາ ຢ້ຽມຢາມຂອງຄະນະຜູ້ແທນດັ່ງກ່າວ, ພ້ອມດຽວກັນນີ້ ທ່ານຍັງໄດ້ແຈ້ງກ່ຽວກັບທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນໂດຍສະເພາະແມ່ນມີເສັ້ນທາງລົດໄຟລາວ-ຈີນຜ່ານ ສ້າງເງື່ອນໄຂສະດວກໃນການເດີນທາງ ແລະ ຂົນສົ່ງສິນຄ້າ, ທ່າແຮງທາງດ້ານກະສິກຳ ປູກຝັ່ງ-ລ້ຽງສັດ, ການທ່ອງທ່ຽວ, ທ່າແຮງທາງດ້ານ ພະລັງງານໄຟຟ້ານໍ້າຕົກ ແລະ ອື່ນໆ. ທ່ານຍັງໄດ້ເຊື້ອເຊີນ ນັກລົງທຶນຂອງ ສປ ຈີນ ໃຫ້ເຂົ້າມາລົງທຶນຢູ່ແຂວງວຽງຈັນໃຫ້ນັບມື້ເພີ່ມຂຶ້ນ.

ທ່ານ ຖັງ ເຊົາຮຸຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນໃນເທື່ອນີ້ ພ້ອມທັງໄດ້ແຈ້ງກ່ຽວກັບທ່າ ແຮງຕົ້ນຕໍຂອງເຂດປົກຄອງຜິງກູ ຊຶ່ງມີທ່າແຮງດ້ານ ກະສິກຳໂດຍສະເພາະແມ່ນການຜະລິດແນວພັນກະສິກຳ, ທ່າແຮງດ້ານການຄົມມະນາຄົມຂົນສົ່ງ ຊຶ່ງເຂດປົກຄອງ ຜິງກູ ມີຄວາມຍິນດີທີ່ຈະຊຸກຍູ້ສົ່ງເສີມໃຫ້ມີການຮ່ວມມື ດ້ານການລົງທຶນຂອງສອງຝ່າຍ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ພ້ອມນີ້ທ່ານຍັງໄດ້ເຊື່ອເຊີນ ທ່ານເຈົ້າແຂວງວຽງຈັນພ້ອມຄະນະໄປຢ້ຽມຢາມເຂດປົກຄອງຜິງກູໃນເວລາອັນເໝາະສົມ.

ໃນໂອກາດນີ້, ທັງສອງຝ່າຍຍັງໄດ້ເຊັນບົດບັນທຶກການ ພົບປະຮ່ວມກັນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃນຕໍ່ໜ້າເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ກະສິກຳ, ອຸດສາຫະກຳ-ການຄ້າ, ທ່ອງທ່ຽວ, ວັດທະນະທຳ, ສຶກສາ, ສາທາລະນະສຸກ, ສິລະປະ, ກິລາ, ວິທະຍາສາດ, ເຕັກໂນໂລຊີ, ການບໍລິຫານລັດ, ການພັດທະນາຕົວເມືອງ ແລະ ອື່ນໆ.

Related Articles

Leave a Reply