Vientiane Times Lao
ແຂວງສະຫວັນນະເຂດ ມອບເຄື່ອງອຸປະໂພກ – ບໍລິໂພກໃຫ້ກອງພັນທີ 3 ແລະ ກອງຮ້ອຍປືນໃຫຍ່ 35

ແຂວງສະຫວັນນະເຂດ ມອບເຄື່ອງອຸປະໂພກ – ບໍລິໂພກໃຫ້ກອງພັນທີ 3 ແລະ ກອງຮ້ອຍປືນໃຫຍ່ 35

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025). ໃນວັນທີ 19 ມັງກອນ 2025 ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກອງພັນທະຫານຮາບທີ 3 ແລະ ກອງຮ້ອຍປືນໃຫຍ່ 35. 

ການລົງຢ້ຽມຢາມຄັ້ງນີ້, ທ່ານ ບຸນໂຈມ ອຸບົນປະເສີດ      ພ້ອມຄະນະນຳຂອງແຂວງ ໄດ້ມອບເຄື່ອງອຸປະໂພກ-ບໍລິ ໂພກໃຫ້ແກ່ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະ ຫານກອງພົນທະຫານຮາບທີ 3. ໃນໂອກາດນີ້, ກໍໄດ້ຮັບຟັງການລາຍງານຈາກສະຫາຍ ພັທ ແກ້ວແກ່ນໃຈ ໄຊຍະເສນ ຫົວໜ້າການເມືອງ ກອງພັນທະຫານຮາບທີ 3. ຈາກນັ້ນ, ກໍໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມບັນຫາຕ່າງໆ ຕໍ່ຄະ ນະພັກ-ຄະນະບັນຊາໃນກົມກອງດັ່ງກ່າວ. ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ກຽດ ມອບເຄື່ອງ ອຸປະໂພກ-ບໍລິໂພກ ໃຫ້ແກ່ກອງພັນລະຫານຮາບທີ 3 ຊຶ່ງ ປະກອບມີ: ປາກະປ໋ອງ, ນໍ້າປາ, ນໍ້າຕານ, ໄຂ່ໄກ່, ໝີ່, ເກືອ, ແປ້ງນົວ, ໝາກເຜັດ ແລະ ອຸປະກອນກິລາຈຳນວນ ໜຶ່ງ. 

ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ກໍໄດ້ລົງກວດ ເບິ່ງໂຄງການກໍ່ສ້າງເຮືອນນອນ ແລະ ການກໍ່ສ້າງພື້ນຖານ ໂຄງລ່າງອື່ນໆ ໃນກົມກອງດັ່ງກ່າວ ຊຶ່ງໃນຜ່ານມາ, ກໍໄດ້ອະ ນຸມັດເງິນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງໃນຄ້າຍແຫ່ງນີ້.

ໃນເວລາຕໍ່ມາ, ກໍໄດ້ລົງຢ້ຽມຢາມ, ໃຫ້ກຳລັງໃຈອ້າຍ-ນ້ອງ ນາຍ ແລະ ພົນທະຫານ ພາຍໃນກອງຮ້ອຍປືນໃຫຍ່ 35 ພ້ອມທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກົມກອງດັ່ງກ່າວ, ພ້ອມນັ້ນ ທ່ານເຈົ້າແຂວງກໍ່ໄດ້ລົງເບິ່ງສະຖານທີ່ ສຳລັບເກັບມ້ຽນປືນໃຫຍ່, ລົງເບິ່ງການກໍ່ສ້າງເຮືອນນອນ, ຫ້ອງການ, ໄຮ່-ນາ ແລະ ບໍ່ນໍ້າສ້າງຂອງຄ້າຍແຫ່ງນີ້. ພ້ອມນັ້ນ ທ່ານເຈົ້າແຂວງຍັງຈະຊ່ວຍແກ້ໄຂດ້ານງົບປະ ມານບາງສ່ວນໃນການກໍ່ສ້າງພື້ນຖານໂຄງລ່າງພາຍໃນກອງຮ້ອຍປືນໃຫຍ່ 35 ອີກດ້ວຍ.

ຂ່າວ-ພາບຈາກ: ແຂວງສະຫວັນນະເຂດ

Related Articles

Leave a Reply