ສະພາການຄ້າ ແລະ ອຸດສາຫະກໍາແຂວງສາລະວັນ ຮ່ວມມືກັບ ສະພາການຄ້າຈີນ ແຂວງຫູໜານ ແລະ ມູນນິທິໂກຣໂບຣໄລຼຟ ແຊ໌ຣິງ ປະເທດເກົາຫຼີ ປະຈໍາ ສປປ ລາວ ເພື່ອເປັນການສ້າງພື້ນຖານໂຄງລ່າງ, ສ້າງສາຍພົວພັນ-ການຮ່ວມມື ແລະ ມີສ່ວນຮ່ວມຊ່ວຍກັນ ແກ້ໄຂຄວາມທຸກຍາກເປັນຕົົ້ນແມ່ນ: ໂຮງຮຽນ, ວັດຖຸອຸປະກອນ, ນໍ້າບາດານ ແລະ ອືິ່ນໆ ໃຫ້ແກ່ຊຸມຊົນ ແລະ ນັກຮຽນນັກສຶກສາ ແຂວງ ສາລະວັນ.
ພິທີເຊັນສັນຍາການຮ່ວມມືຄັ້ງນີ້ ແມ່ນໄດ້ຈັດໃນຂຶ້ນວັນທີ 2 ມີນາ 2021 ຜ່ານມານີ້ ທີ່ແຂວງສາລະວັນ, ລະຫວ່າງ ທ່ານ ນາງ ອິນແປງ ຊາມຸນຕີ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງສາລະວັນ, ທ່ານ ຈຸຈິກັງ, ປະທານສະພາການຄ້າຈີນ ແຂວງຫູໜານ ປະຈໍາ ສປປ ລາວ, ທ່ານ ແບັກ ຊ໋ອງຍອງ, ປະທານມູນນິທິ ດົງຊານມູນນິທິໂກຣໂບຣໄລຼຟ ແຊ໌ຣິງ ປະເທດເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສໍາລັບເນື້ອໃນບົດບັນທຶກສັນຍາແມ່ນເນັ້ນໃສ່ຮ່ວມມືກັບບັນດາພາກທຸລະກິດ, ເປັນບ່ອນເຕົົ້າໂຮມບັນດາຫົວໜ່ວຍທຸລະກິດ, ເປັນຂົວຕໍ່ລະຫວ່າງອົງການຂອງລັດ ກັບ ທຸລະກິດ ແລະ ອົງການສາກົນອືິ່ນໆ, ສ້າງສິິ່ງອໍານວຍຄວາມສະດວກ, ຄວບຄຸມການເຄືິ່ອນໄຫວຂອງຄະນະບໍລິຫານງານ ແລະ ພະນັກງານ, ປະຕິບັດສິດອືິ່ນໆ ທີ່ກໍານົດໄວ້ຢູ່ໃນລະບຽບຂອງສະພາການຄ້າ ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ແຜນການ ແລະ ມະຕິ-ຄໍາສັັ່ງ ຂອງຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາ ປະຈໍາ ແຂວງສາລະວັນ ແລະ ມະຕິ-ຄໍາສັັ່ງ ຂອງອົງການປົກຄອງແຂວງສາລະວັນ ກໍ່ຄືຂອງລັດຖະບານ ເພື່ອຮັບຮອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບຜົນໃນຕໍ່ໜ້າ.
ຂໍ້ມູນ-ພາບ: ກິນດາວັນ ອ້ວນນາຄູ