Vientiane Times Lao
ແຂ່ງຂັນລົດຈັກທາງລຽບ ຊິງແຊ້ມນະຄອນຫຼວງ

ແຂ່ງຂັນລົດຈັກທາງລຽບ ຊິງແຊ້ມນະຄອນຫຼວງ

ໃນທ້າຍອາທິດທີ່ຜ່ານມາຢູ່ທີ່ສະໜາມແຂ່ງລົດຈັກທາງລຽບ VRC ບ້ານນາຊອນ ເມືອງນາຊາຍທອງ ນະຄອນຫຼວງ ໄດ້ມີການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມນະຄອນຫຼວງ ປະຈຳປີ 2019 ສະໜາມທີ 3.

ສຳລັບສະໜາມທີ 1 ມີການແຂ່ງຂັນຕັ້ງແຕ່ ຕົ້ນປີທີ່ຜ່ານມາ ເພື່ອໃຫ້ນັກແຂ່ງສະສົມຄະແນນໃນແຕ່ລະສະໜາມໂດຍມີ ການແຂ່ງຂັນທັງໝົດ 6 ລາຍການ ປະກອບມີ GIXXER Division 2 ແຂ່ງຂັນ 12 ຮອບສະໜາມ NAKED 135 cc, ແຂ່ງຂັນ 12 ຮອບສະໜາມ NAKED ແລະ Sport 200cc, ແຂ່ງຂັນ 12 ຮອບສະໜາມ NEKED 400 cc, ແຂ່ງຂັນ 12 ຮອບສະໜາມ GIXXER Division 1, ແຂ່ງຂັນ 12 ຮອບ Sport 400 cc, ແຂ່ງຂັນ 12 ຮອບ Highlights ຂອງການແຂ່ງຂັນປະເພດ Sport 400 cc.

ໃນລາຍການນີ້ມີນັກແຂ່ງ 7 ຄົນ ເຊິ່ງຄະແນນນຳ 2 ສະໜາມທີ່ຜ່ານມາແມ່ນ ເຈ່ເດັ້ນ ນັກຂັບລູກຊອດ ລາວ ອັງກິດ ຄະແນນສະສົມອັນດັບ1, ອັນດັບທີ 2 ເປັນ ແອງໄມ.

ສຳລັບການແຂ່ງຂັນໃນລາຍການນີ້ ເຈເດັ້ນ ນຳມ້ວນດຽວຈົບ ຂີ່ເຂົ້າເສັ້ນໄຊ ແບບສະບາຍ ເກັບເພີ່ມອີກ 5 ຄະແນນ ຍັງນຳເປັນອັນດັບ 1 ໂອກາດຄວ້າແຊ້ມມີສູງ, ສ່ວນອັນດັບ 2 ເປັນ ແອງໄມ, ອັນດັບ 3 ໂດໂດ້ ແລະ ອັນດັບ 4 ອ໋ອຟ ວົງໄຊ.

ສ່ວນຜົນການແຂ່ງຂັນປະເພດ ອື່ນໆ GIXXER Division 1: ອັນດັບ 1 ເຈເດັ້ນ, ອັນດັບ 2 ແອງໄມ, ອັນດັບ 3 ແຈັກກີ້.

ປະເພດ GIXXER Division 2:  ອັນດັບ 1 ໂດ່ໂດ້, ອັນດັບ 2 ໂອເຄ້, ອັນດັບ 3 ຟິດໂຊ້ ປະເພດ NAKED 135:  ອັນດັບ 1 ອໍ່ດີ້, ອັນດັບ 2 ຕົ້ນຄູນ ແລະ ອັນດັບ 3 BM.

ປະເພດ NAKED 200:  ອັນດັບ 1 ຟິດໂຊ້, ອັນດັບ 2 BOB, ອັນດັບ 3 ດຳ.

ປະເພດ Sport 200 cc:  ອັນດັບ 1 ແອງໄມ, ອັນດັບ 2 ແຈັກກີ້, ອັນດັບ 3 Dj ມິ່ງ ແລະ ປະເພດ NAKED 400 cc:  ອັນດັບ 1 ເບ, ອັນດັບ 2 ສະຫຼາມ ແລະ ອັນດັບ 3 ໂຫ່.

ໃຫ້ກຽດເຂົ້າຮ່ວມແລະມອບຂັນລາງວັນໂດຍມີ ພັນໂທ ສຸດໃຈ ສີຫາລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ພ້ອມດ້ວຍຕາງໜ້າຈາກພະແນກສືກສາທິການ ແລະ ກິລາ ກໍ່ໄດ້ເຂົ້າຮ່ວມ. ສຳລັບການແຂ່ງຂັນສະໜາມສຸດທ້າຍ ສະໜາມທີ 4 ຈະມີຂຶ້ນເດືອນ ທັນວາ ແລະ ຈະມີພິທີປິດມອບຂັນຊະນະເລີດ ປະຈຳປີ 2019. 

ຂ່າວ: ບົວຜັນ

ພາບ: ພຸດດາມອນ

Related Articles

Leave a Reply