Vientiane Times Lao
ແຈ້ງການປິດໜ່ວຍງານອອກວີຊາກັບດ່ານຢູ່ດ່ານສາກົນ 9 ດ່ານ

ແຈ້ງການປິດໜ່ວຍງານອອກວີຊາກັບດ່ານຢູ່ດ່ານສາກົນ 9 ດ່ານ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການຄັ້ງວັນທີ 16 ຕຸລາ 2019 ໂດຍເຫັນດີສັ່ງປິດໜ່ວຍງານອອກວີຊາກັບດ່ານປະຈໍາຢູ່ດ່ານ ສາກົນຈໍານວນ 9 ດ່ານ ຕາມການສະເໜີ ຂອງກະຊວງການຕ່າງປະເທດ ສະບັບເລກທີ 7170/ຕປທ, ລົງວັນທີ 23 ກັນຍາ 2019 ແລະ ອີງຕາມການຊີ້ນໍາ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຄັ້ງວັນທີ 9 ຕຸລາ 2019.

ແຈ້ງການດັ່ງກາວໄດ້ລະບຸວ່າ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍແຈ້ງການຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້: ເຫັນດີອະນຸມັດໃຫ້ປິດໜ່ວຍງານອອກວີຊາກັບດ່ານປະຈໍາຢູ່ດ່ານສາກົນຈໍານວນ 9 ດ່ານຄື: ດ່ານສາກົນປາງຫົກ (ແຂວງຜົ້ງສາລີ), ດ່ານສາກົນນ້ໍາໂສຍ (ແຂວງຫົວພັນ), ດ່ານສາກົນນ້ໍາກັ່ນ (ແຂວງຊຽງຂວາງ), ດ່ານສາກົນນໍ້າເງິນ (ແຂວງໄຊຍະບູລີ), ດ່ານສາກົນ ຂົວມິດຕະພາບນໍ້າເຫືອງ (ແຂວງໄຊຍະບູລີ), ດ່ານສາກົນນ້ໍາພາວ (ແຂວງຄໍາມ່ວນ), ດ່ານສາກົນນາເພົ້າ (ແຂວງຄໍາມ່ວນ), ດ່ານສາກົນສະໜາມ ບິນສະຫວັນນະເຂດ ແລະ ດ່ານສາກົນພູເກືອ (ແຂວງອັດຕະປື) ຕາມການສະເໜີ ມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງໃນການປະສານສົມທົບກັບບັນດາ ແຂວງກ່ຽວຂ້ອງຈັດຕັ້ງປະຕິບັດການປົດດ່ານຢູ່ແຕ່ລະດ່ານ ຕາມຂັ້ນຕອນທີ່ສະເໜີ ມານັ້ນໃຫ້ດີ ເພື່ອບໍ່ໃຫ້ຖືກທ່າຮັບ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຜູ້ທີ່ມີຄວາມປະສົງ ເອົາວິຊາຢູ່ບັນດາດ່ານດັ່ງກ່າວ.
ຂ່າວ : ວຽງຈັນທາຍ
ພາບ: ສນຍ

Related Articles

Leave a Reply