Visit BigblueAgency
ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ຢູ່ ແຂວງອັດຕະປື ແລະ ສະຫວັນນະເຂດ ຈະໄດ້ຮັບເງີນອຸດໜູນຜ່ານ ຢູມັນນີ

ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ຢູ່ ແຂວງອັດຕະປື ແລະ ສະຫວັນນະເຂດ ຈະໄດ້ຮັບເງີນອຸດໜູນຜ່ານ ຢູມັນນີ

ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ  ແລະ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາກ່ຽວກັການເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ( ອາຍຸຕໍ່າກວ່າ 6 ເດືອນ ) ຜ່ານບໍລິການ ຢູມັນນີ (u-money) ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ.
ການເຊັນສັນຍາຄັ້ງນີ້ ລົງນາມເຊັນໂດຍ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມ ສັງຄົມສົງເຄາະ, ກະຊວງເເຮງງານ ເເລະ ສະຫວັດດີການສັງຄົມ ເເລະ ທ່ານ ລີວ ແມ້ງ ຮ່າ ຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ຊຶ່ງເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ນາງ ດຣ ເພຍ ເຣເບວໂລ ບຣິດໂຕ, ຜູ້ຕາງໜ້າອົງການອຸຍນິເຊບ ປະຈໍາ ສປປ ລາວ, ທ່ານ ນາງ ເເອ່ນນາ ດີຢາເຊິນ ຈາກສະຖານທູດອົສຕາລີ.
ທ່ານ ວິໄລພົງ ສີສົມຫວັງ ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ໄດ້ຮັບຮູ້ເຖິງຄວາມສໍາຄັນຂອງວຽກງານປົກປ້ອງສັງຄົມ ໃນການຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ, ເພື່ອສົ່ງເສີມການພັດທະນາເສດຖະກິດ – ສັງຄົມ, ການຢູ່ຮ່ວມກັນໃນສັງຄົມ ແລະ ມີຄວາມມຸ່ງໝັ້ນທີ່ຈະຄ່ອຍໆກ້າວໄປເຖິງການປົກປ້ອງທາງສັງຄົມຢ່າງທົ່ວເຖິງ,”. ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ຮອດປີ 2025 (NSPS) ໄດ້ເປັນແນວທາງສໍາລັບການຈັດຕັ້ງປະຕິບັດນະໂຍບາຍການປົກປ້ອງສັງຄົມໃນ ສປປ ລາວ  ແລະ  ມີຈຸດປະສົງ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດລະບົບການປົກປ້ອງສັງຄົມ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສຳເລັດຢ່າງກວ້າງຂວາງກວ່າເກົ່າ  ພ້ອມທັງປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ແຜນພັດທະນາຂອງຂະແໜງການທີ່ກ່ຽວຂ້ອງ  ແລະ ແຜນພັດທະນາເສດຖະກິດ – ສັງຄົມ  ໃນແຕ່ລະໄລຍະ.

Related Articles

Leave a Reply