ໂຄງການພັດທະນາແຫຼ່ງທ່ອງທ່ຽວອ່າງນໍ້າງື່ມ1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນໂຄງການພັດທະນາໂຄງລ່າງພື້ນຖານສົ່ງ ເສີມການທ່ອງທຽ່ວໃນອານຸພາກພື້ນແມ່ນ້ຳຂອງ ໄລຍະ 2 ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານອາຊີ (ADB), ເລີ່ມຕົ້ນປັບປຸງແຕ່ປີ 2021 ເປັນຕົ້ນມາ ເຊິ່ງແມ່ນກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ເປັນເຈົ້າຂອງໂຄງການ.
ທ່ານ ຄຳຟອງ ພັນປະດິດ ປະທານບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການນີ້ໄດ້ຈັດຕັ້ງປະຕິບັດມາແຕ່ວັນທີ 01 ກໍລະກົດ 2021 ແລະ ກຳນົດສຳເລັດໃນວັນທີ 30 ມິຖຸນາ 2023 ໃຊ້ໄລຍະເວລາການກໍ່ສ້າງ 24 ເດືອນ, ມູນຄ່າການກໍ່ສ້າງຕາມສັນຍາເບື້ອງຕົ້ນແມ່ນ 4.669.065 ໂດລາ, ແຕ່ເນື່ອງຈາກວ່າໃນການກໍ່ສ້າງໂຄງການໄດ້ມີໜ້າວຽກເພີ່ມພາຍຫຼັງທີ່ໄດ້ປະຕິບັດຕົວຈິງດັ່ງນັ້ນຈຶ່ງໄດ້ມີການຕໍ່ສັນຍາອອກໄປອີກ 1 ປີ ເຊິ່ງເລີ່ມແຕ່ວັນທີ 1 ກໍລະກົດ 2023 ຫາ 30 ມິຖຸນາ 2024 ມູນຄ່າເພີ່ມແມ່ນ 661.734 ໂດລາ, ລວມເປັນມູນຄ່າທັງໝົດໃນສັນຍາ 5.330.799 ໂດລາສະຫະລັດ.
ໂຄງການດັ່ງກ່າວຄາດວ່າຈະສຳເລັດສົມບູນພາຍໃນປີ 2024 ນີ້. ບັນດາໜ້າວຽກຕົ້ນຕໍໃນການພັດທະນາປະກອບມີ: ການກໍ່ສ້າງເສັ້ນທາງຄືນໃໝ່ ນັບແຕ່ທາງແຍກເຂົ້າໜ້າເຂື່ອນນ້ຳງື່ມ1 ເລາະໄປຕາມທາງເກົ່າ ແລະ ຕັດທາງໃໝ່ມາຈອດກັບທາງເລກທີ10, ໜ້າທາງມີຄວາມກ້ວາງ 6 ແມັດ, ຍາວ 6,37 ກິໂລແມັດ ເປັນທາງຄອນກຣີດ ແລະ ທາງພາຍໃນເຂດທ່າຈອດເຮືອມີຄວາມຍາວ 0,67 ກິໂລແມັດ ປູດ້ວຍຄອນຄຣີດປະທັບລາຍ. ພ້ອມນັ້ນກໍໄດ້ສ້າງຈຸດຊົມວິວແຄມທາງ, ສ້າງຮ່ອງນ້ຳຂ້າງທາງ, ສ້າງສິ່ງປ້ອງກັນຕາຝັ່ງເຈື່ອນ, ສ່ວນຈຸດບໍລິການ ແມ່ນຈະພັດທະນາທ່າຈອດເຮືອແຄມງື່ມ, ກໍ່ສ້າງປະຕູຕ້ອນຮັບ, ປັບປຸງທີວທັດ, ບ່ອນຈອດລົດ (ກາງແຈ້ງ ແລະໃນຮົ່ມ), ສະຖານທີ່ຖິ້ມຂີ້ເຫຍື້ອ, ທາງຍ່າງຊົມວີວ, ທ່າເຮືອ, ທາງລົງທ່າເຮືອ, ທາງສຳລັບຄົນພິການ, ສ້າງອາຄານຮ້ານຄ້າ ແລະ ອື່ນໆ.
ຜ່ານການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວມາຮອດປະຈຸບັນ ແມ່ນສຳເລັດໄປແລ້ວ 87% ຄາດວ່າພາຍໃນວັນທີ 30 ມິຖຸນາ 2024 ຈະໃຫ້ສຳເລັດ ແລະ ເປີດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ໃຊ້ບໍລິການຂີ່ເຮືອນຳທ່ຽວໄດ້, ແຕ່ມີບາງໜ້າວຽກທີ່ອາດຈະຍັງບໍ່ສຳເລັດໃນນັ້ນກໍ່ມີວຽກຕົບແຕ່ງ, ປ້າຍ ແລະ ວຽກເກັບສີ, ແຕ່ເຖິງຢ່າງໃດກໍ່ຕາມ ທ່ານກໍ່ຍັງໄດ້ຢັ້ງຢືນວ່າຈະພ້ອມກັນສູ້ຊົນໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສຳເລັດຕາມຄາດໝາຍທີ່ລະບຸໄວໃນສັນຍາໃຫ້ໄດ້ 100%.
ທີ່ມາ: ບຸນມາ ແກ້ວບຸດດາ