Vientiane Times Lao
ແຫຼ່ງທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ຈະເປີດບໍລິການໃນເດືອນເມສາ 2025 ນີ້

ແຫຼ່ງທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ຈະເປີດບໍລິການໃນເດືອນເມສາ 2025 ນີ້

ແຫຼ່ງທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ຕັ້ງຢູ່ບ້ານນາຂ້າງເມືອງທ່າແຂກ ແຂວງຄຳມ່ວນຈະເປີດບໍລິການໃນເດືອນເມສາ 2025 ນີ້ ໂດຍບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວເປັນຜູ້ສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວ.

ທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ແຫຼ່ງທ່ອງທ່ຽວດັ່ງກ່າວເປັນແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍທຳມະຊາດ ທີ່ສວຍງາມ, ມີສັດນໍ້າ, ສັດປ່າຫຼາຍຊະນິດ, ມີເນື້ອທີ່ເຂດພັດທະນາ 9,89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກ 404 ເຮັກຕາ. ໃນນັ້ນ ປະກອບມີການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງປ່າ, ຈຸດຊົມທິວທັດ, ຍ່າງຂົວທ່ຽວຊົມພາຍໃນຖໍ້າ ທີ່ມີຫີນງອກ ຫີນຍ້ອຍ ທີ່ສວຍງາມ ແລະ ມີກິດຈະກໍາອື່ນໆອີກຫຼາກຫຼາຍ ໂດຍໄດ້ລົງທຶນທັງໝົດ 3 ລ້ານໂດລາສະຫະລັດ ຊື່ງແມ່ນການລົງທຶນພາຍໃນ 100% ແລະ ມີໄລຍະການສໍາປະທານ 50 ປີ.

ທ່ານ ເຂັມເພັດ ລານງານຕື່ມວ່າ: ປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫຼ່ງທ່ອງທ່ຽວ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ.

ທີ່ມາ: ມີເດຍລາວ

Related Articles

Leave a Reply