Visit BigblueAgency
ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຄາດວ່າຈະສຳເລັດສົມບູນ ໃນປີ 2021

ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຄາດວ່າຈະສຳເລັດສົມບູນ ໃນປີ 2021

ປະຈຸບັນ ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ສຳເລັດໄປແລ້ວ 60% ແລະ ຄາດວ່າຈະສຳເລັດສົມບູນ ໃນປີ 2021, ຊຶ່ງການກໍ່ສ້າງໄດ້ເລີ່ມລົງມືມາແຕ່ປີ 2017.

ຫໍສະພາແຫ່ງຊາດລາວຫຼັງໃໝ່ນີ້ ເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ມີເນື້ອທີ່ອາຄານປຸກສ້າງທີ່ຕິດກັບໜ້າດິນ 7.171 ຕາແມັດ, ເປັນອາຄານທີ່ມີຄວາມສວຍງາມ, ໂອ້ໂຖງ, ສະຫງ່າ ມີລວດລາຍ ທີ່ເປັນເອກະລັກ ທາງດ້ານສິລະປະວັດທະນະທຳຂອງລາວ ປະສົມປະສານກັບຄວາມທັນສະໄໝ ຂອງຍຸກສະໄໝ, ຊຶ່ງເປັນເອກະລັກສະເພາະຂອງສະພາແຫ່ງຊາດ.

ໃນຫໍສະພາດັ່ງກ່າວ ປະກອບມີຫ້ອງປະຊຸມ, ຫ້ອງເຮັດວຽກ, ຫ້ອງບໍລິຫານ ແລະ ອື່ນໆ ຊຶ່ງມີລະບົບຄວາມປອດໄພ ທີ່ໄດ້ມາດຕະຖານ, ໃນນັ້ນ ທັງໝົດອາຄານ ສາມາດບັນຈຸໄດ້ 800-1.000 ຄົນ, ຫ້ອງປະຊຸມສະພາແຫ່ງຊາດ ສາມາດບັນຈຸໄດ້ 433 ຄົນ, ໂດຍແມ່ນແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດຫວຽດນາມ ເປັນບໍລິສັດຮັບເໝົາກໍ່ສ້າງ.

ສ່ວນທຶນໃນການກໍ່ສ້າງ ແມ່ນໄດ້ຮັບການຊ່ວຍເຫຼືອ ຈາກ ສສ ຫວຽດນາມ ມູນຄ່າ 100 ລ້ານໂດລາ ບົນຈິດໃຈແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເພື່ອມອບເປັນຂອງຂວັນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ, ຊຶ່ງຫໍປະຊຸມສະພາແຫ່ງຊາດຫຼັງນີ້ ຈະກາຍເປັນໜຶ່ງໃນສັນຍາລັກ ແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງຈະເປັນມູນມໍລະດົກອັນລໍ້າຄ່າ ໃຫ້ແກ່ລູກຫຼານຂອງພວກເຮົາ ໄດ້ປົກປັກຮັກສາ ແລະ ສືບຕໍ່ນຳໃຊ້ ໃນອະນາຄົດ.

ເມື່ອບໍ່ດົນມານີ້ ວັນທີ 23 ກໍລະກົດ 2020, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງດັ່ງກ່າວ, ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ພ້ອມດ້ວຍທ່ານ ພົນຕີ ຫງວຽນ ກ໋ວກ ຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃນນາມບໍລິສັດຮັບເໝົາກໍ່ສ້າງໂຄງການດັ່ງກ່າວ ແລະ ຄະນະ ໃຫ້ການຕ້ອນຮັບ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply