Vientiane Times Lao
ໂຄງການສາຍສົ່ງໄຟຟ້າ 115 ກິໂລໂວນ ຫົງສາ-ຊຽງຮ່ອນຈະສໍາເລັດທ້າຍປີນີ້

ໂຄງການສາຍສົ່ງໄຟຟ້າ 115 ກິໂລໂວນ ຫົງສາ-ຊຽງຮ່ອນຈະສໍາເລັດທ້າຍປີນີ້

ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຢູ່ເຂດເມືອງຫົງສາ ຫາ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນທັນວາ 2018 ແລະ ຄາດວ່າຈະສໍາເລັດໃນເດືອນທັນວາ 2020, ຊຶ່ງໄລຍະຫ່າງຈາກສະຖານີຫົງສາ ຫາ ສະຖານີ ຊຽງຮ່ອນ ມີຄວາມຍາວທັງໝົດ 60 Km, ມີເສົາໄຟທັງໝົດ 154 ຕົ້ນ ແລະ ລະບົບການຕິດຕັ້ງແບບວົງຈອນຄູ່.

ໂຄງການດັ່ງກ່າວ ແມ່ນໜຶ່ງໃນຫ້າໂຄງການຂອງລັດວິສາຫະກິດໄຟຟ້າລາວ ທີ່ໄດ້ຮັບອະນຸມັດຈາກສະພາແຫ່ງຊາດ ໃຫ້ຈັດຕັ້ງປະຕິບັດ ໂດຍມີຈຸດປະສົງ ເພື່ອເຊື່ອມລະບົບສາຍສົ່ງ ໄຟຟ້າແຮງສູງ ສະໜອງໃຫ້ເມືອງຫົງສາ-ເມືອງຊຽງຮ່ອນ ແລະ ເມືອງໃກ້ຄຽງເພື່ອຮອງຮັບ ການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມຂອງເຂດດັ່ງກ່າວ,​ ເຊີ່ງມູນຄ່າການກໍ່ສ້າງທັງໝົດຫຼາຍກວ່າ 129 ລ້ານ ດລາສະຫະລັດ, ໂດຍແມ່ນ ເງິນກູ້ຢືມຈາກທະນາຄານຂາອອກ-ຂາເຂົ້າ ສ.ປຈີນ (The Export-Import Bank of China), ໂດຍແມ່ນ ບໍລິສັດ ເຮີເປີຍ ອິນທໍເລຊັນ ເອັນຈີເນຍຣີງ ຈຳກັດ (HEBEI Installation Engineering Co. Ltd) ເປັນຜູ້ຮັບເໝົາກໍ່ສ້າງ.

ເມື່ອວັນທີ 12 ສິງຫາ 2020 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມເມືອງຫົງສາ ໄດ້ຈັດກອງປະຊຸມ ປຶກສາຫາລືຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຢູ່ເຂດເມືອງຫົງສາຫາເມືອງຊຽງຮ່ອນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນ ແຂວງໄຊຍະບູລີ, ທ່ານ ບຸນປອນ ສີສຸລາດ ປະທານກຳໍມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ພ້ອມນັ້ນກໍຍັງມີທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ພ້ອມທັງ ຄະນະຮັບຜິດຊອບ ແລະ ເຈົ້າຂອງໂຄງການ ທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

ສໍາລັບກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບໂຄງການ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງໄດ້ມີການປະກອບຄຳເຫັນ ກ່ຽວກັບຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ເພື່ອຄວາມເປັນເອກະພາບກັນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມນ້ອຍທີ່ສຸດ, ພ້ອມທັງໄດ້ລົງເຄື່ອນໄຫວຕິດຕາມການກໍ່ສ້າງສະຖານີໄຟຟ້າຢູ່ເມືອງຫົງສາ ແລະ ແລວສາຍສົ່ງໄຟຟ້າຂອບເຂດເມືອງຫົງສາຕື່ມອີກ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply