ໂຄງການເຂື່ອນໄຟຟ້າດອນສະໂຮງໄດ້ຈັດພິທີທົດລອງຜະລິດກະແສໄຟຟ້າຂຶ້ນໃ ຕອນບ່າຍວັນທີ 11 ຕຸລາ 2019 ເລີ່ມຕົ້ນດ້ວຍພິທີທາງສາສະໜາ ເພື່ອສູດປະລິຕະມົງຄຸນ ເຄົາລົບບູຊາເຈົ້າທີ່ເຂດຂອງໂຄງການ.
ເຂົ້າຮ່ວມພິທີຄັ້ງນີ້ ມີທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານສູນກາງພັກ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ມີທ່ານຮອງເຈົ້າແຂວງຈຳປາສັກ ທ່ານປະທານບໍລິສັດໄຟຟ້າດອນສະໂຮງຈຳກັດ ແລະຕົວແທນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂກນັນດຽວ ປະທານບໍລິສັດໄຟຟ້າດອນສະໂຮງຈຳກັດ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບຜົນສຳເລັດຂອງໂຄງການ ໂດຍສະເພາແມ່ນພາຍຫລັງທີ່ໄດ້ຮັບອະນຸຍາດໃຫ້ດຳເນີນການກໍ່ສ້າງຈາກລັດ ຖະບານ ສປປ ລາວ ທາງບໍລິສັດໄດ້ສູມທຸກກຳລັງເຂົ້າໃສ່ຕາມແຕ່ລະໜ້າວຽກ ໃຫ້ສຳເລັດ ຕາມແຜນການເປັນແມ່ນໜ້າວຽກສຳຄັນຂອງໄລຍະທ້າຍແມ່ນ ການສູມໃສ່ເລັ່ງຕິດຕັ້ງເຄື່ອງຈັກປັ່ນໄຟ ຈົນມາຮອດປະຈຸບັນແມ່ນສຳເລັດໂດຍພື້ນ ຖານ ແລະໄດ້ເປີດທົດລອງເຄື່ອງຈັກໜ່ວຍທີ 1 ໃນວັນທີ 11ຕຸລາ 2019 ນີ້ ເຊິ່ງມີກຳລັງຕິດຕັ້ງ 65 ເມກາວັດ ຄາດວ່າຮອດທ້າຍປີ 2019 ນີ້ ຈະສາມາດເປີດນຳໃຊ້ໃຫ້ໄດ້ທັງ 4 ໜ່ວຍ ທີ່ມີກຳລັງຕິດຕັ້ງທັງໝົດຂອງເຂື່ອນໄຟຟ້າດອນສະໂຮງ 260 ເມກາວັດ.
ຈາກນັ້ນ, ທ່ານ ຄຳມະນີ ອິນທິລາດ ລັດຖະ ມົນຕີກະຊວງພະລັງງານ ແລະບໍ່ແຮ່ ໄດ້ຂຶ້ນມີຄຳເຫັນ ໂດຍເນື້ອໃນສຳຄັນທ່ານໄດ້ກ່າວວ່າ: ໂຄງການເຂື່ອນໄຟຟ້າດອນສະໂຮງແມ່ນໂຄງການຍຸດທະສາດຂອງລັດຖະບານໃນ ການພັດທະນາເຂື່ອນໄຟຟ້າພະລັງນ້ຳ ເຊິ່ງເປັນໂຄງການຂະໜາດໃຫຍ່ 1 ໃນ 2 ເຂື່ອນ ທີ່ກຳລັງດຳເນີນການກໍ່ສ້າງຢູ່ແມ່ນ້ຳຂອງ ເປັນເຂື່ອນທີ່ມີລັກສະນະພິເສດ ມີຜົນປະໂຫຍດສູງສຸດ ແຕ່ມີຜົນກະທົບຕໍ່ທຳມະຊາດ ແລະ ສັງຄົມໜ້ອຍທີ່ສຸດຖ້າທຽບໃສ່ເຂື່ອນອື່ນໆ ທ່ານຍັງກ່າວເນັ້ນຕື່ມວ່າ: ໄຟຟ້າຈາກເຂື່ອນດອນສະໂຮງ ໂຄງການເຂື່ອນໄຟຟ້າດອນສະໂຮງແມ່ນໂຄງ ການຍຸດທະສາດຂອງລັດຖະບານໃນການພັດທະນາເຂື່ອນໄຟຟ້າພະລັງນ້ຳ ເຊິ່ງເປັນໂຄງການຂະໜາດໃຫຍ່ 1 ໃນ 2 ເຂື່ອນ ທີ່ກຳລັງດຳເນີນການກໍ່ສ້າງຢູ່ແມ່ນ້ຳຂອງ ເປັນເຂື່ອນທີ່ມີລັກສະນະພິເສດ ມີຜົນປະໂຫຍດສູງສຸດ ແຕ່ມີຜົນກະທົບຕໍ່ທຳມະຊາດ ແລະ ສັງຄົມໜ້ອຍທີ່ສຸດຖ້າທຽບໃສ່ເຂື່ອນອື່ນໆ ທ່ານຍັງກ່າວເນັ້ນຕື່ມວ່າ: ໄຟຟ້າຈາກເຂື່ອນດອນສະໂຮງນີ້ສ່ວນຫລາຍແມ່ນສົ່ງຂາຍໃຫ້ປະເທດກຳປູເຈຍ.
ຫລັງຈາກນັ້ນ, ຄະນະປະທານກໍໄດ້ຮ່ວມກັນຕັດແຖບຜ້າເພື່ອເປີດການທົດ ລອງການຜິດກະແສໄຟຟ້າເຄື່ອງຈັກໜ່ວຍທີ 1 ແລະ ລັ່ນຄ້ອງເປັນສິລິມຸງຄຸນ ໂດຍທ່ານ ລມຕ ກະຊວງພະລັງງານ ແລະ ບໍ່ແຮ່.
ຂ່າວ-ພາບ: ຄຳພັນ