Vientiane Times Lao
ໂຄ​ງການ​ລາວ​ທ່ຽວ​ລາວຈະເປີດຢ່າງເປັນທາງການໃນຕົ້ນເດືອນໜ້າ

ໂຄ​ງການ​ລາວ​ທ່ຽວ​ລາວຈະເປີດຢ່າງເປັນທາງການໃນຕົ້ນເດືອນໜ້າ

ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​​ແຫ່ງ​ຊາດ​ລາວ ແລະ ​ສະມາຄົມ​ຮ້ານ​ອາຫານ​ ແລະ ​ໂຮງ​ແຮມໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍໃນວັນພະຫັດນີ້ວ່າ: ໂຄ​ງການ​ລາວ​ທ່ຽວ​ລາວ ຈະ​ຊ່ວຍ​ສົ່ງ​ເສີມ ​ແລະ ​ຊຸກ​ຍູ້​ການທ່ອງທ່ຽວ​ພາຍ​ໃນ​ໃຫ້​ຄຶກຄື້ນກວ່າ​ເກົ່າ, ໂດຍຈະໄດ້ມີ​ພິທີ​ເປີດຢ່າງ​ເປັນ​ທາງ​ການໃນຕົ້ນ​ເດືອນກໍ​ລະ​ກົດ​ນີ້​. ໂຄງການດັ່ງກ່າວນີ້ເປັນໂຄງການສົ່ງເສີມການທ່ຽວຢູ່ພາຍໃນປະເທດ ເພື່ອຊັກຊວນ ແລະ ດຶງດູດຄົນລາວທີ່ມັກໄປທ່ຽວຕ່າງປະເທດ ໃຫ້ສົນໃຈມາທ່ຽວຊົມວັດທະນະທໍາຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຊົນຊາດລາວ ແລະ ທ່ຽວຊົມທັດສະນີຍະພາບອັນສວຍສົດງົດງາມຢູ່ຕາມແຫຼ່ງທ່ອງທ່ຽວຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ.

ທ່ານ​​ອິນທີ ​ເດືອນ​ສະຫວັນ ຄະນະ​ບໍລິຫານ​ງານ​ສະພາ​ການ​ຄ້າ​ ແລະ​ ອຸດສາຫະກຳ​​ແຫ່ງ​ຊາດ​ລາວ ທັງເປັນປະ​ທານ​ ‘‘ໂຄ​ງການ ​ລາວ​ທ່ຽວ​ລາວຈະ​ຊ່ວຍ​ສົ່ງ​ເສີມ ​ແລະ ​ຊຸກ​ຍູ້​ການທ່ອງທ່ຽວ​ພາຍ​ໃນ​ໃຫ້​ຄຶກຄື້ນກວ່າ ເກົ່າ’’ ​ໄດ້ກ່າວວ່າ: ​ປະຈຸບັນ​ສະພາ​ການ​ຄ້າ ​ແລະ ​ອຸດສາຫະກຳ​​ແຫ່ງ​ຊາດ​ລາວ ໄດ້ຮ່ວມ​ກັບ​ສະມາຄົມ​ຮ້ານ​ອາຫານ ​ແລະ ​ໂຮງ​ແຮມ​ກຳລັງກະ ກຽມທີ່ຈະ​ເປີດໂຄງການໃນເດືອນໜ້າ ແລະ ດຽວນີ້ ກໍາລັງ​ຮວບ​ຮວມ​ຂໍ້​ມູນ​ຂ່າວສານຂອງແຫຼ່ງທ່ອງ​ທ່ຽວ​, ​ໂຮງ​ແຮມ ​ແລະ ຮ້ານ​ອາຫານຕ່າງ​ໆ​ທີ່ຈະ​ເຂົ້າຮ່ວມ​ ໂຄງການ ​ແລະ ​ຈະ​ໄດ້​ເຜີ​ຍ​ແຜ່​ຢູ່ໃນ​ເວັບໄຊ ແລະ ເຟສບຸກ ຂອງ​ໂຄງການ ​ເພື່ອ​​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສັງຄົມ ​ແລະ ​ຜູ້​ທີ່​ສົນ​ໃຈ ​​ເຂົ້າ​ເຖິງ​ຂໍ້​ມູນ​ຕ່າງ​ໆ​ໄດ້​ຢ່າງ​ສະດວກ​ສະບາຍ​ແລະ​ວ່ອງ​​ໄວ.

ທ່າ​ນ ອິນທີ ໄດ້ກ່າວຕື່ມວ່າ: ​ຈຸດປະສົງຂອງ​ໂຄງການ​ນີ້​​ແມ່ນ​ເພື່ອ​ສົ່ງ​ເສີມ ​ແລະ ​ຊຸກ​ຍູ້​ການທ່ອງທ່ຽວ​ພາຍ​ໃນ​ໃຫ້​ຄຶກຄື້ນກວ່າ​ເກົ່າ​ໂດຍ​ສະ​ເພາະ​ໃນ​ໄລຍະ​ການ​​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ທີ່​ຍັງສືບ​ຕໍ່​ໃນ ​ປະ​ເທດ​ອ້ອມ​ຂ້າງ ​ແລະ ປະເທດອື່ນໆໃນໂລກ​.

ຂ່າວ-ພາບ: ວິສິດ

Related Articles

Leave a Reply