ເວລາປະມານ 14:28 ວັນທີ 15 ກຸມພາ 2025 ທີ່ຜ່ານມາໄດ້ມີໂຈນສອງຄົນ ຂີ່ລົດຈັກ ພ້ອມປືນ ກໍ່ເຫດ ປຸ້ນເອົາຄໍາ ທີ່ຮ້ານຄໍາຢູ່ ຕະຫຼາດບ້ານແກ້ງກອກ ເມືອງຈຳພອນ ແຂວງສະຫວັນນະເຂດ ຊື່ງໂຈນໄດ້ໃຊ້ປືນຂູ່ເຈົ້າຂອງຮ້ານ ແລ້ວທຸບຕູ້ຄໍາ ຈັບເອົາຄໍາໄປຈໍານວນຫຼາຍ.
ເຈົ້າໜ້າທີ່ ກໍາລັງເລັ່ງຫາຕົວໂຈນສອງຄົນດັ່ງກ່າວ.