Vientiane Times Lao
ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການທ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເພື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ນັບ​ແຕ່​ຕົ້ນ​ປີ 2025, VietJet ​ໄດ້​ປະກາດ​ເສັ້ນທາງ​ສາກົນ​ໃໝ່ 10 ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່ກັບ​ບັນດາ​ນະຄອນ​ໃຫຍ່​ຂອງ​ຫວຽດນາມ ​ໄປ​ທີ່​ບັນດາ​ຈຸດໝາຍ​ທີ່​ນິຍົມ ​ບໍ່ວ່າຈະແມ່ນ ​ຈີນ, ອິນ​ເດຍ, ຍີ່ປຸ່ນ ​ແລະ ສິງກະ​ໂປ, ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທົ່ວ​ໂລກ. ສຳລັບນັກເດີນທາງຈາກລາວ, VietJet ໃຫ້ບໍລິການຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນໄປຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ. ນອກຈາກ​ນັ້ນ, ນັກທ່ອງທ່ຽວ​ສາມາດ​ໃຊ້ປະໂຫຍດນີ້ຈາກ​ການ​ເຊື່ອມ​ຕໍ່​​ຂອງ VietJet ​ເພື່ອ​ສຳ​ຫຼວດປະເທດຫວຽດນາມ ​ແລະ ບັນດາ​ຈຸດ​ທ່ອງ​ທ່ຽວ​ອື່ນໆ​ໃນ​ທົ່ວ​ອາຊີ – ປາຊີ​ຟິກ.

ປະເທດຫວຽດ​ນາມ ຍັງສືບ​ຕໍ່​ດຶງ​ດູດ​​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ ດ້ວຍ​ທິວ​ທັດ​ທີ່​ສວຍ​ງາມ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ, ອາ​ຫານ​ລະ​ດັບ​ໂລກ, ແລະ ການ​ຕ້ອນ​ຮັບ​ທີ່​ອົບ​ອຸ່ນ ຈາກຫາດຊາຍອັນເກົ່າແກ່ຂອງນະຄອນດານັງ, ຍາຈາງ, ຝູ໋ກວກ, ໄປເຖິງເຂດມໍລະດົກໂລກຂອງອົງການ UNESCO ຂອງອ່າວຮ່າລອງ, ນິງບິ່ງ, ໂຮ້ຍອານ ແລະ ເຫວ້; ຕະຫຼອດເຖິງ​ຄວາມ​ສະຫງ່າ​ງາມ​ທີ່​ບໍ່​ສິ້ນສຸດໃນນະຄອນຫຼວງ​ຮ່າ​ໂນ້ຍ ​ລວມໄປເຖິງ​ເມືອງທີ່ມີ​ຊີວິດຊີວາ​ຂອງ​ນະຄອນ​ໂຮ່ຈິ​ມິນ ປະເທດຫວຽດນາມ ​ທີ່ໄດ້​ສະ​ເໜີ​ບາງ​ສິ່ງ​ບາງ​ຢ່າງ​ທີ່ໜ້າສົນໃຈໃຫ້​ນັກ​ທ່ອງ​ທ່ຽວ​ທຸກ​ປະ​ເພດ.

ຢ່າພາດກັບ “ງານສະເຫຼີມສະຫຼອງ” ຂອງ VietJet ທີ່ທ່ານວາງແຜນການເດີນທາງເພື່ອທ່ອງທ່ຽວຫວຽດນາມ. ສາຍການບິນມີຄວາມມຸ່ງໝັ້ນເພື່ອໃຫ້ບໍລິການຖ້ຽວບິນທີ່ປອດໄພ, ມ່ວນຊື່ນກັບເຮືອບິນທີ່ທັນສະໄໝ, ລູກເຮືອມືອາຊີບ, ແລະການບໍລິການດ້ວຍໃຈ. ຜູ້​ໂດຍ​ສານ​ຍັງ​ໄດ້​ຊິມ​ອາ​ຫານ​ທີ່​ເປັນ​ເອກະ​ລັກ​ຂອງ​ຫວຽດ​ນາມ​ເຊັ່ນ: ເຝີ, ເຂົ້າຈີ່ປາເຕ້ ແລະ ກາ​ເຟ​ນົມ​ເຢັນ, ລວມ​ເຖິງ​ຍັງໄດ້ຮັບຊົມ​ກັບ​ການ​ສະ​ແດງ​ສິລະ​ປະ​ຢູ່​ເທິງ​ທ້ອງ​ຟ້າ​ສູງ 10,000 ແມັດ.

Related Articles

Leave a Reply