Vientiane Times Lao
ໂລະລາດ ເນື່ອງໃນບຸນປີໃໝ່ລາວ ຢູ່ນະຄອນຫຼວງພະບາງ ເປັນການສົ່ງເສີມການຊື້ຂາຍສິນຄ້າ

ໂລະລາດ ເນື່ອງໃນບຸນປີໃໝ່ລາວ ຢູ່ນະຄອນຫຼວງພະບາງ ເປັນການສົ່ງເສີມການຊື້ຂາຍສິນຄ້າ

ໃນວັນທີ 14 ເມສາ 2025 ນີ້, ກົງກັບມື້ແຮມ 2 ຄໍ່າ ເດືອນ 5 ພສ 2567, ອົງການປົກຄອງນະຄອນ ຫຼວງພະບາງ ສົມທົບກັບອົງການປົກຄອງແຂວງຫຼວງພະບາງ ໄດ້ຈັດກິດຈະກຳໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນປີໃໝ່ລາວ ຢູ່ເສັ້ນທາງກາງເມືອງ ໂດຍເລີ່ມແຕ່ 3 ແຍກບ້ານຈູມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງ ໂດຍມີພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະ ຕ່າງປະເທດ ພ້ອມດ້ວຍ ປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ-ຫັດຖະກຳ ຜະລິດຕະພັນ ສີໄມ້ລາຍມືຂອງຕົນ ລວມທັງເຄື່ອງນຸ່ງຫົ່ມ, ອາຫານທີ່ເປັນເອກະລັກຂອງແຂວງຫຼວງພະບາງ ແລະເຄື່ອງໃຊ້ສອຍ ປະກອບພິທີກຳໃນບຸນປີໃໝ່ລາວ ມາວາງສະແດງ ແລະ ຂາຍ ເປັນຈຳນວນຫຼວງຫຼາຍ.

ກິດຈະກຳການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໃນແຕ່ລະປີຈະຈັດຂຶ້ນ 2 ຄັ້ງ ຄື: ໂອກາດບຸນປີໃໝ່ລາວ ແລະ ໂອກາດ ບຸນຫໍ່ເຂົ້າປະດັບດິນ ຫຼື ບຸນຊ່ວງເຮືອເດືອນ 9, ຊຶ່ງສິນຄ້າທີ່ນຳມາວາງຂາຍສ່ວນໃຫຍ່ ເປັນເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງກິນ-ດຶ່ມ-ໝາກໄມ້ ພ້ອມດ້ວຍບັນດາສັດສາວາສິ່ງຫຼາກຫຼາຍຊະນິດ ເພື່ອນຳໄປປ່ອຍ ຫຼື ໂຜດ ແລະ ເຄື່ອງປະກອບພິທີກຳ ໃນມື້ສັງຂານລ່ວງ ລວມທັງຜະລິດຕະພັນອື່ນໆ.

ຂ່າວ-ພາບ: ອາພຸດເດດ ບຸບຜາ

Related Articles

Leave a Reply