ບັນດາໂຮງຮຽນປະຖົມ ແລະ ມັດທະຍົມພາກລັດສ່ວນຫຼາຍບໍ່ສາມາດປະຕິບັດຕາມມາດຕະການ ເພື່ອປ້ອງກັນພະຍາດໂຄວິດ-19 ໄດ້, ເພາະວ່າຍັງຂາດອຸປະກອນປ້ອງກັນເຊັ່ນ ເຄື່ອງ ວັດແທກອຸນຫະພູມ, ເຈວລ້າງມື ແລະ ຜ້າປິດປາກ-ດັງ.
ເຖິງຢ່າງໃດກໍ່ຕາມ, ກໍ່ຍັງມີຫຼາຍໂຮງຮຽນສາມາດປະຕິບັດໄດ້ຄື ທາງໂຮງຮຽນໄດ້ເພີ່ມ ຈຳນວນ ຫ້ອງຮຽນ ແລະ ຮັກສາໄລຍະຫ່າງ 1 ແມັດ ເພື່ອຫຼຸດຜ່ອນຄວາມແອອັດໃນຫ້ອງຮຽນ, ນັກຮຽນ ມີບ່ອນລ້າງມືກ່ອນເຂົ້າຫ້ອງຮຽນ ແລະ ຫຼັງເລີກຮຽນ.
ຫຼາຍໂຮງຮຽນໄດ້ທຳຄວາມສະອາດຫ້ອງຮຽນ, ໂຕະຕັ່ງ ແລະ ອຸປະກອນການຮຽນທຸກໆອາທິດ ເພື່ອຮັບປະກັນຄວາມສະອາດ ແລະ ສຸຂະພາບຂອງຄູ ແລະ ນັກຮຽນ, ກໍ່ຄືເພື່ອປ້ອງກັນ ການ ຕິດເຊື້ອພະຍາດ ໂຄວິດ-19.
ທ່ານ ປອ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດມື້ວານນີ້ວ່າ ກະຊວງໄດ້ຮັບການລາຍງານບັນຫາດັ່ງກ່າວຈາກພະແນກສຶກສາທິການ ແລະ ກິລາ ແຕ່ລະແຂວງ ລວມທັງນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ຜູ້ຮັບ ຜິດຊອບໄດ້ລົງໄປສຳ ຫຼວດບັນດາໂຮງຮຽນທີ່ເປີດຮຽນຄືນແຕ່ວັນທີ 18 ພຶດສະພາ 2020 ສໍາລັບນັກ ຮຽນຊັ້ນປະຖົມ ປີທີ 5 ແລະ ນັກຮຽນຊັ້ນມັດທະຍົມປີທີ 4 ແລະ ປີທີ 7, ຂະນະທີ່ລົງໄປສັງເກດການແຕ່ລະ ໂຮງ ຮຽນ ເຫັນວ່າໂຮງຮຽນຫຼາຍແຫ່ງ ໂດຍສະເພາະໂຮງຮຽນລັດ, ນັກຮຽນບໍ່ໄດ້ຮັບການກວດອຸນຫະພູມ ກ່ອນເຂົ້າຮຽນຍ້ອນບໍ່ມີເຄື່ອງວັດແທກອຸນຫະພູມ, ນັກຮຽນໄດ້ລ້າງມື້ໃສ່ສະບູ່ ແຕ່ບໍ່ມີ ເຈວລ້າງມື ຫຼື ນໍ້າຢາຂ້າເຊື້ອ ແລະ ນັກຮຽນບາງຄົນບໍ່ມີຜ້າປິດປາກຍ້ອນໂຮງຮຽນບໍ່ມີໃຫ້.
ທ່ານ ປອ ສີສຸກ ກ່າວວ່າ ທາງກະຊວງໄດ້ສະເໜີບັນຫານີ້ໃຫ້ຄະນະສະເພາະກິດຮັບຮູ້ແລ້ວ ເພື່ອພິຈາລະນາ ແລະ ຫາວິທີແກ້ໄຂບັນຫາດັ່ງກ່າວ.
ພາຍຫຼັງທີ່ລັດຖະບານອອກແຈ້ງການໃຫ້ເປີດຮຽນຄືນ, ທາງກະຊວງໄດ້ເຄີຍສະເໜີຕໍ່ຄະນະສະເພາະກິດເລື່ອງສະໜອງອຸປະກອນປ້ອງກັນເຊັ່ນ: ສະບູ, ເຈວລ້າງມື, ຜ້າປິດປາກ, ເຄື່ອງວັດ ແທກອຸນຫະພູມ ແລະ ສ້າງອ່າງລ້າງມືໃຫ້ໂຮຽຮຽນທົ່ວປະເທດ, ຮອດປະຈຸບັນກະຊວງຍັງລໍ ຖ້າການສະໜອງເຄື່ອງດັ່ງກ່າວຈາກຄະນະສະເພາະກິດຢູ່.
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ອະທິບາຍວ່າ: ຄະນະສະເພາະກິດໄດ້ມອບອຸປະກອນການປ້ອງກັນໂຄວິດ-19 ໃຫ້ສະເພາະດ່ານ ກວດເຂົ້າ-ອອກປະເທດ ແຕ່ລະດ່ານແລະ ມອບໃຫ້ບັນດາໂຮງໝໍໃນຂອບເຂດທົ່ວປະເທດ.
ທ່ານ ຣັດຕະນະໄຊ ຍັງກ່າວຕື່ມອີກວ່າ ຄະນະສະເພາະກິດໄດ້ແນະນໍາໃຫ້ກະຊວງສຶກສາທິການ ແລະ ກິລາ ຂຶ້ນແຜນງົບປະມານການຈັດຊື້ອຸປະກອນທີ່ໂຮງຮຽນຕ້ອງການ ແລະ ສະເໜີຕໍ່ຄະ ນະສະເພາະກິດເພື່ອສະໜອງອຸປະກອນໃຫ້ໂຮຽຮຽນເພື່ອໃຫ້ ສືບຕໍ່ປະຕິບັດຕາມມາດຕະການທີ່ວາງອອກ.
ຂ່າວ: ແກ້ວວຽງຄອນ ບຸນວິເສດ
ພາບ: ບຸນທະວີ