Vientiane Times Lao
ໂຮງໝໍບີແອວແອວ ມອບອຸປະກອນການແພດ ໃຫ້ໂຮງໝໍເດັກ

ໂຮງໝໍບີແອວແອວ ມອບອຸປະກອນການແພດ ໃຫ້ໂຮງໝໍເດັກ

ອີງຕາມການລາຍງານຂ່າວຈາກສູນຂ່າວສານການແພດສຸຂະສຶກສາ, ໃນເມື່ອບໍ່ດົນມານີ້, ທີ່ໂຮງໝໍເດັກໄດ້ຈັດພິທີມອບ-ຮັບອຸປະກອນການແພດຈາກໂຮງໝໍບີແອວແອວ ໃຫ້ໂຮງໝໍເດັກ, ໂຮງໝໍບີແອວແອວ ກໍ່ແມ່ນ ໂຮງໝໍທີ່ໃຫ້ການບໍລິການສຸຂະພາບເຊັ່ນກັນ ແລະ ເຫັນໄດ້ເຖິງຄວາມຈໍາເປັນທີ່ ໂຮງໝໍເດັກ ຍັງຕ້ອງການ ອຸປະກອນການແພດເຊັ່ນ: CPAP Supper Star  2 ເຄື່ອງ, Syring Pump Esther 5 ໜ່ວຍ ແລະ Infusion Pump Esther 5 ໜ່ວຍ ລວມມູນຄ່າ 1,055,700,000 ກີບ ຈຶ່ງໄດ້ໃຫ້ການສະໜັບສະໜູນ ເພື່ອຈະຊ່ວຍສົ່ງເສີມເຮັດໃຫ້ການບໍລິການໂຮງໝໍເດັກສະດວກຂື້ນ. 

ໃນພິທີດັ່ງກ່າວ, ກ່າວມອບໂດຍທ່ານ ນ. ຈັນທະວີສຸກ ອຸດົມຄໍາ ຜູ້ອໍານວຍການໂຮງໝໍ ບີແອວແອວ, ກ່າວຮັບໂດຍທ່ານດຣ. ຄໍາໃສ ເດດລືໄຊ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີການ ພ້ອມດ້ວຍ ດຣ. ສົມມະນີຄອນ ຜາງມະນີໄຊ ຜູ້ອໍານວຍການໂຮງໝໍເດັກ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການກະຊວງ, ກົມແຜນການ ແລະ ການເງີນຈາກກະຊວງສາທາລະນະສຸກ, ຄະນະອໍານວຍການ, ພະນັກງານໂຮງໝໍເດັກທີກ່ຽວຂ້ອງ ແລະ ທິມງານຈາກໂຮງໝໍບີແອວແອວ ເຂົ້າຮ່ວມເປັນສັກຂີພະຍານ.

Related Articles

Leave a Reply