Vientiane Times Lao
ໂຮງໝໍແຂວງຈຳປາສັກ ຈະຈັດກິດຈະກຳຜ່າຕັດເພື່ອການກຸສົນ ໂດຍບໍ່ເສຍຄ່າ

ໂຮງໝໍແຂວງຈຳປາສັກ ຈະຈັດກິດຈະກຳຜ່າຕັດເພື່ອການກຸສົນ ໂດຍບໍ່ເສຍຄ່າ

ໂຮງໝໍແຂວງຈຳປາສັກ ຮ່ວມມືກັບໂຄງການຜ່າຕັດຈາກຕ່າງປະເທດ Operation International ຈະຈັດກິດຈະກຳຜ່າຕັດເພື່ອການກຸສົນ ໂດຍບໍ່ເສຍຄ່າ (ຟຣີ) ໃນລະຫວ່າງວັນທີ 8-15 ມີນາ 2025.

ການຜ່າຕັດເພື່ອການກຸສົນ ຄັ້ງນີ້ ແມ່ນມີຫຼາຍລາຍການໃນການຜ່າຕັດ ຊຶ່ງປະກອບມີ: ຜ່າຕັດ ໂລກໄສ້ເລື້ອນ, ຜ່າຕັດ ເນື້ອງອກຢູ່ກະເພາະອາຫານ, ຜ່າຕັດ ໄສ້ອ່ອນ, ຜ່າຕັດ ໄສ້ແກ່, ຜ່າຕັດ ໄສ້ແກ່ສ່ວນສຸດ, ຜ່າຕັດ ຖົງບີ ແລະ ທໍ່ນໍ້າບີ, ຜ່າຕັດ ປອດ, ຜ່າຕັດ ຫຼອດອາຫານ, ຜ່າຕັດ ພາວະເຫື່ອອອກຫຼາຍ, ມີບັນຫາກ່ຽວກັບການຍ່ຽວ, ຜ່າຕັດ ຮວຍໄຂ່, ຜ່າຕັດ ເນື້ອງອກຢູ່ເບົ້ານົມ, ຜ່າຕັດ ມົດລູກທາງໜ້າທ້ອງ ແລະ ຊ່ອງຄອດ, ເລືອດອອກມົດລູກ ຜິດປົກກະຕິ ແລະ ເຈັບມົດລູກ ຊໍ້າເຮື້ອ.

ສຳລັບ ຄ່າໃຊ້ຈ່າຍທັງໝົດໃນການຜ່າຕັດແມ່ນທາງໂຄງການ Operation International ຈະເປັນຜູ້ຮັບຜິດຊອບທັງໝົດ, ຖ້າທ່ານໃດສົນໃຈກະລຸນາລົງທະບຽນລ່ວງໜ້າເພື່ອຮັບສິດ, ສາມາດລົງບຽນຜ່ານເບີໂທລະສັບ: 020 78188000.

Related Articles

Leave a Reply