ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ເມື່ອວັນທີ 20 ທັນວາ 2021 ນີ້ວ່າ: ປັດຈຸບັນນີ້ຍັງພົບເຫັນປະຊາຊົນຈຳນວນໜຶ່ງທີ່ມີຄວາມກັງວົນ ກ່ຽວກັບອາຫານ ຫຼື ສິນຄ້າບໍລິໂພກຕ່າງໆອາດມີເຊື້ອພະຍາດໂຄວິດ-19 ແລະ ໄດ້ພາກັນໃຊ້ເຫຼົ້າຂ້າເຊື້ອຊະນິດສະເປທີ່ໃຊ້ສີດໃສ່ມືເພື່ອຂ້າເຊື້ອພະຍາດໂຄວິດ-19 ໂດຍໃຊ້ສີດພົ່ນໃສ່ອາຫານທີ່ຊື້ມາກ່ອນຮັບປະທານ ແຕ່ກົງກັນຂ້າມຕາມຫຼັກການແພດບໍ່ຄວນສີດເຫຼົ້າຂ້າເຊື້ອໃສ່ອາຫານໂດຍກົງເພາະອາດເປັນອັນຕະລາຍເຖິງຊີວິດໄດ້.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ວິທີຂ້າເຊື້ອພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຈາກອາຫານທີ່ຊື້ມາເພື່ອບໍລິໂພກຈາກຕະຫຼາດ ເຊັ່ນ: ປະເພດພືດ-ຜັກ, ຊີ້ນ, ປາ, ກຸ້ງ ແລະ ອື່ນໆຄວນປຸງແຕ່ງອາຫານໃຫ້ສຸກດີ ແລະ ຮັບປະທານອາຫານສົດໃໝ່ທຸກຄັ້ງ.