ໃນຕອນເຊົ້າຂອງມື້ນີ້ 08/09/2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ເພື່ອໃຫ້ກຳລັງໃຈ ແລະ ພົບປະໂອ້ລົມ ຖາມເຖິງສະພາບຊີວິດການເປັນຢູ່ ຂອງປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ຢູ່ຈຸດພັກຊົ່ວຄາວ ບ້ານປາກຊອນ, ເມືອງຊະນະສົມບູນ, ແຂວງຈຳປາສັກ. ພ້ອມທັງ ຊຸກຍູ້ ແລະ ຊີ້ນຳ ຕໍ່ອົງການປົກຄອງທ້ອງຖິ່ນ ແກ້ໄຂໄພພິບັດນໍ້າຖ້ວມໃນຄັ້ງນີ້ ໃຫ້ຜ່ານພົ້ນໄປດ້ວຍດີໂດຍໄວ.
ພາບ: ຫສນຍ
