ວັນທີ 29 ທັນວານີ້, ງານຕະຫຼາດນັດສາມປະເທດຈີນ-ລາວ-ຫວຽດນາມ ປີ 2024 ໄດ້ໄຂຂຶ້ນຢູ່ເມືອງປົກຄອງຕົນເອງເຜົ່າຮານີເຜົ່າອີຈ່ຽງເຊີງຂອງນະຄອນຜູເອີແຂວງຢຸນນານຈີນ ທີ່ເປັນເມືອງຕິດກັບຊາຍແດນຂອງ 3 ປະເທດ.
ໃນງານຕະຫຼາດນັດຄັ້ງນີ້ ໄດ້ມີວິສາຫະກິດຈາກຈີນ, ລາວ ແລະ ຫວຽດນາມ ທັງໝົດ 154 ແຫ່ງເຂົ້າຮ່ວມ, ໄດ້ຈັດກິດຈະກຳທີ່ໜ້າສົນໃຈ ແລະ ມ່ວນຊື່ນ 7 ປະເພດ.
ຫົວຂໍ້ຫຼັກຂອງງານຕະຫຼາດນັດຄັ້ງນີ້ ແມ່ນ “ລົງເລິກການແລກປ່ຽນລະຫວ່າງ 3 ປະເທດ ຮ່ວມກັນສະແຫວງຫາໂອກາດການພັດທະນາ” ເຊິ່ງຈະດຳເນີນໄປຈົນຮອດວັນທີ 3 ມັງກອນປີ 2025.
ຂ່າວ: CRI