ມາຮອດປະຈຸບັນ ໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ ເພີ່ມຂຶ້ນເລື້ອຍໆໃນທົ່ວປະເທດ ແລະ ຍັງມີກໍລະນີຜູ້ເສຍຊີວິດເພີ້ມຂື້ນຢ່າງຕໍ່ເນື່ອງ, ໂດຍສະເພາະຢູ່ແຂວງໄຊຍະບູລີ ມີຜູ້ປ່ວຍໄຂ້ຍຸງລາຍແລ້ວ 1.876 ກໍລະນີ ແລະ ເສຍຊີວິດ 2 ຄົນແລ້ວ, ໃນນັ້ນເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ (ເພດຍິງ ອາຍຸ 6 ປີ) ໃນວັນທີ 17 ກັນຍາ 2023 ທີ່ບ້ານປາງຄອມ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
ສູນຂ່າວສານການແພດສຸຂະສຶກສາ ລາຍງານໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນມັງກອນ 2023 ມາຮອດປະຈຸບັນ, ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 27.056 ກໍລະນີ, ໃນນັ້ນ ແຂວງທີ່ມີການແຜ່ລະບາດຫຼາຍກວ່າໝູ່ແມ່ນແຂວງອຸດົມໄຊ 4.956 ກໍລະນີ ແລະ ມີຈຳນວນຜູ້ເສຍຊີວິດແລ້ວ 17ຄົນ (ນະຄອນຫຼວງວຽງຈັນ 2 ຄົນ, ແຂວງຄໍາມ່ວນ 1 ຄົນ, ສະຫວັນນະເຂດ 2 ຄົນ, ບໍລິຄໍາໄຊ 5 ຄົນ, ວຽງຈັນ 2 ຄົນ, ໄຊຍະບູລີ 2 ຄົນ, ອຸດົມໄຊ 1 ຄົນ ແລະ ອັດຕະປຶ 2 ຄົນ).
ຕໍສະພາບການແຜ່ລະບາດພະຍາດໄຂ້ຍຸງລາຍ ດັ່ງກ່າວນັ້ນ ໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫຼ່ງເພາະພັນໜອນນໍ້າ ຫຼື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ອື່ນໆ.