Vientiane Times Lao
ໄທ ຊ່ວຍເຄື່ອງກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳນວນ 4 ເຄື່ອງໃຫ້ແກ່ລາວ

ໄທ ຊ່ວຍເຄື່ອງກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳນວນ 4 ເຄື່ອງໃຫ້ແກ່ລາວ

ຣາຊະອານາຈັກໄທ ມອບເຄື່ອງກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳນວນ 4 ເຄື່ອງ ແລະ ເຄື່ອງກວດອຸນນະພູມອັດຕະໂນມັດ ຈຳນວນ 4 ເຄື່ອງໃຫ້ແກ່ ສປປ ລາວ, ຊຶ່ງເຄື່ອງດັ່ງກ່າວແມ່ນເປັນນະວັດຕະກຳເຕັກໂນໂລຊີ ຂອງສະຖາບັນພຣະຈອມກ້າວເຈົ້າຄຸນທະຫານລາດກະບັງ.

ເອກອັກຄະລັດຖະທູດລາວ ປະຈຳຣາຊະອານາຈັກໄທ, ທ່ານ ແສງ ສຸຂະທິວົງ ໄດ້ເຂົ້າຮັບເຄື່ອງຊ່ວຍເຫຼືອທາງການແພດດັ່ງກ່າວ ຈາກລັດຖະບານໄທ ທີ່ມອບໃຫ້ລັດຖະບານລາວຜ່ານສະຖານທູດ, ໃນວັນທີ່ 29 ກັນຍາ 2020 ຜ່ານມານີ້ ທີ່ກະຊວງການຕ່າງປະເທດໄທ, ຊຶ່ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈັດໂດຍ ສະມາຄົມໄທ-ລາວ ເພື່ອມິດຕະພາບຮ່ວມກັບກົມອາຊີຕາເວັນອອກ ກະຊວງການຕ່າງປະເທດ.

ການມອບອຸປະກອນການຊ່ວຍເຫຼືອທາງການແພດນີ້ ເປັນສ່ວນໜຶ່ງໃນການເສີມສ້າງຄວາມສຳພັນທີ່ດີ ລະຫວ່າງ ສອງປະເທດ ແລະ ກໍເປັນໂອກາດສະເຫຼີມສະຫຼອງວັນຄົບຮອບ 70 ປີ ການສ້າງສາຍພົວພັນການທູດ ລາວ-ໄທ (19/12/1950-19/12/2020).

ພ້ອມນັ້ນ, ສະມາຄົມໄທ-ລາວ ເພື່ອມິດຕະພາບ ແລະ ກົມອາຊີຕາເວັນອອກ ກໍກຳລັງດຳເນີນການໃນການຈັດຫາເຄື່ອງຊ່ວຍຫາຍໃຈອີກ ຈຳນວນ 10 ຊຸດ ເພື່ອຈະມອບໃຫ້ລັດຖະບານ ສປປ ລາວ ໃນອະນາຄົດອັນໃກ້ນີ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply